ສືບ​ຕໍ່​ຢັ້ງ​ຢືນ ​ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນພາກ​​ສ່ວນ​ໜຶ່ງ​ທີ່​​ບໍ່ອາດຕັດ​ແຍກ​ອອກ​ຈາກ​ຊາດ ຫວຽດ​ນາມ ໄດ້

(VOVWORLD) -ສືບຕໍ່ຢັ້ງຢືນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ຖືກຕ້ອງຂອງພັກ, ລັດ ຫວຽດນາມ ກ່ຽວກັບການປັບປຸງຄວາມສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນແໜ້ນໜາ, ໃນນັ້ນ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ແມ່ນສ່ວນໜຶ່ງຂອງຊາດ ຫວຽດນາມທີ່ບໍ່ອາດຕັດແຍກອອກຈາກໄດ້.
ສືບ​ຕໍ່​ຢັ້ງ​ຢືນ ​ປະ​ຊາ​ຄົມຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແມ່ນພາກ​​ສ່ວນ​ໜຶ່ງ​ທີ່​​ບໍ່ອາດຕັດ​ແຍກ​ອອກ​ຈາກ​ຊາດ ຫວຽດ​ນາມ ໄດ້ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ (ພາບ: nld.com.vn)

  ວັນທີ 12 ສິງຫາ ຜ່ານມາ, ກົມການເມືອງ ໄດ້ປະກາດໃຊ້ຂໍ້ສະຫຼຸບເລກທີ 12 ກ່ຽວກັບວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນສະພາບການໃໝ່. ເມື່ອຕອບສຳພາດຕໍ່ບັນດາອົງການສື່ມວນຊົນກ່ຽວກັບເນື້ອໃນນີ້ໃນວັນທີ 19 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຢັ້ງຢືນວ່າ ການປະກາດໃຊ້ຂໍ້ສະຫຼຸບເລກທີ 12 ນີ້ ແມ່ນມີຄວາມໝາຍສຳຄັນຍິ່ງ.

        “ທີໜຶ່ງແມ່ນ, ສືບຕໍ່ຢັ້ງຢືນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ຖືກຕ້ອງຂອງພັກ, ລັດ ຫວຽດນາມ ກ່ຽວກັບການປັບປຸງຄວາມສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນແໜ້ນໜາ, ໃນນັ້ນ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ແມ່ນສ່ວນໜຶ່ງຂອງຊາດ ຫວຽດນາມທີ່ບໍ່ອາດຕັດແຍກອອກຈາກໄດ້. ທີສອງແມ່ນ, ຊຸກຍູ້ການປະຕິບັດວຽກງານຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດຢ່າງຮອບດ້ານ ແລະ ເຂັ້ມແຂງກວ່າ. ທີສາມແມ່ນ, ສືບຕໍ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຂອງພັກ, ລັດ ໃນການເບິ່ງແຍງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ; ຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທຳ, ຈາກນັ້ນປຸກລະດົມສົ່ງເສີມໃຫ້ພໍ່ແມ່ພີ່ນ້ອງສືບຕໍ່ມານະພະຍາຍາມບືນຕົວຂຶ້ນ, ປຸກລູກຄວາມສາມາດບົ່ມຊ້ອນ, ເສີມຂະຫຍາຍແຫຼ່ງກຳລັງອັນໃຫຍ່ຫຼວງ ແລະ ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.”

        ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ກໍໃຫ້ຮູ້ວ່າ ມີມາດຕະການໜຶ່ງທີ່ສຳຄັນໄດ້ເຕື້ອງເຖິງໃນຂໍ້ສະຫຼຸບດັ່ງກ່າວ ນັ້ນແມ່ນ ສືບຕໍ່ສ້າງກົດໝາຍໃຫ້ສົມບູນແບບ, ປະຕິຮູບລະບຽບການບໍລິຫານ ແລະ ຜັນຂະຫຍາຍບັນດານະໂຍບາຍທີ່ກ່ຽວຂ້ອງເຖິງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ຄົບຊຸດ. ສົ່ງເສີມ ແລະ ເສີມຂະຫຍາຍບັນດາຂໍ້ລິເລີ່ມ, ການປະກອບສ່ວນຂອງປັນຍາຊົນ, ນັກຊ່ຽວຊານ ແລະ ນັກທຸລະກິດ ຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ມີປະສິດທິຜົນ. ແກ້ໄຂຄວາມຮຽກຮ້ອງຕ້ອງການທີ່ຊອບທຳຂອງພໍ່ແມ່ພີ່ນ້ອງທີ່ມີສ່ວນກ່ຽວຂ້ອງເຖິງສັນຊາດ ໃຫ້ສອດຄ່ອງກັບ ລັດຖະທຳມະນູນ ແລະ ກົດໝາຍ. ທ່ານກໍເນັ້ນໜັກເຖິງການປະກອບສ່ວນຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດທີ່ມີຕໍ່ປະເທດຊາດ ແລະ ປາດຖະໜາວ່າ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈະສືບຕໍ່ຕອບສະໜອງ ແລະ ສະໜັບສະໜູນບັນດາແຜນນະໂຍບາຍ, ນະໂຍບາຍ ແລະ ຄຳຮຽກຮ້ອງຂອງການນຳພັກ, ລັດ ແລະ ແນວໂຮມປະເທດຊາດ, ຮຽງບາຮຽງໄຫຼ່ພ້ອມກັບປະຊາຊົນພາຍໃນປະເທດ ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ປະຕິບັດຄວາມຄາດຫວັງ ພັດທະນາປະເທດ ເພື່ອປະເທດ ຫວຽດນາມ ຮຸ່ງເຮືອງເຂັ້ມແຂງ ແລະ ວັດທະນາຖາວອນ.

ລານເຟືອງ

ຕອບກັບ

ຂ່າວ/ບົດ​ອື່ນ