ສືບຕໍ່ວາລະຊັກຖາມຂອງບັນດາສສຊຕໍ່ສະມາຊິກລັດຖະບານ

ສືບຕໍ່ວາລະຊັກຖາມຂອງບັນດາສສຊຕໍ່ສະມາຊິກລັດຖະບານ - ảnh 1
​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ ຫວູຮູ​ຍຮ່ວາງ
(ພາບ: chinhphu.vn)

(vovworld) – ມາດ​ຕະການ​ພັດທະນາ​ຕະຫຼາດ, ຍູ້​ແຮງ​ການ​ສົ່ງ​ອອກ​ໃນ​ສະພາບ​ຫວຽດນາມ​ ໄດ້​ເຂົ້າ​ຮ່ວມ, ລົງ​ນາມ​ໃນ​ສັນຍາການ​ຄ້າ​ຫຼາຍ​ສະບັບ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ຕົ້ນຕໍ​ເຊິ່ງສະມາ​ຊີກ​ສະພາ​ແຫ່ງ​ຊາດ (ສສຊ)ຊັກ​ຖາມ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ ຫວູຮູ​ຍຮ່ວາງ ​ໃນ​ຕອນ​ບ່າຍ​ວັນ​ທີ 11/6.

​ທ່ານ​ລັດຖະມົນຕີ​  ຫວູຮູ​ຍຮ່ວາງ ​ໃຫ້​ຮູ້​ວ່າ, ​ເພື່ອ​ເຮັດ​ວຽກ​ງານ​ສົ່ງ​ອອກ​ເປັນ​ຢ່າງ​ດີ, ກະຊວງ​ອຸດສາຫະກຳ ການ​ຄ້າ​ໄດ້​ໃຫ້​ບຸລິ​ມາ​ສິດ​ແກ່​ວຽກ​ງານ​ຕະຫຼາດ. ​ໂດຍ​ລະອຽດ​ແມ່ນ​ຜ່ານ​ບັນດາ​ລາຍການ​ສົ່ງ​ເສີມ​ການ​ຄ້າ​ຢູ່​ຕ່າງປະ​ເທດພາ​ຍ​ໃຕ້​ຫຼາຍ​ຮູບ​ການ. ຕາມທ່ານ​ລັດຖະມົນຕີ​  ຫວູຮູ​ຍຮ່ວາງ ​ແລ້ວ, ​ເຖິງ​ວາ​ປະຈຸ​ບັນ, ກະສິກຳ​ຫວຽດນາມ ພຽງ​ແຕ່​ປະກອບ 18% ລາຍ​ຮັບ​ແຫ່ງ​ຊາດ​ກໍ່ຕາມ ​ແຕ່​ພັດ​ກ່ຽວຂ້ອງ​ເຖິງ 70% ຈຳນວນ​ພົນລະ​ເມືອງ, ດັ່ງ​ນັ້ນ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ແມ່ນ​ສຳຄັນ​ທີ່​ສຸດ ​ແລະ ​ໄດ້​ຮັບ​ບຸລິ​ມາ​ສິດ​ໃນ​ສັນຍາ​ການ​ຄ້າ​ກັບ​ບັນດາ​ຄູ່​ຮ່ວມ​ມື.

“​ໃນ​ບັນດາ​ສັນຍາ​ການ​ຄ້າທີ່​ໄດ້​ຮັບ​ການ​ລົງ​ນາມ​ແລ້ວ, ຫວຽດນາມ​ ບັນລຸ​ໄດ້ຜົນ​ປະ​ໂຫຍ​ດ ​ເມື່ອ​ບັນດາ​ຄູ່​ຮ່ວມ​ມື​ເຫັນ​ດີ​ເປີດ​ຕະຫຼາດ​ສຳລັບ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ. ບັນດາ​ຄູ່​ຮ່ວມ​ມື​ບຸລິ​ມາ​ສິດ​ໃຫ້​ບັນດາ​ຜະລິດ​ຕະພັນ​ກະ​ເສ​ດຂອງ​ຫວຽດນາມ​ ທີ່​ມີ​ທ່າ​ໄດ້​ປຽບ, ພິ​ເສດ​ແມ່ນ​ເຂົ້າສານ, ສິນ​ທະ​ເລ. ຫວ່າງ​ມໍ່ໆ​ມາ​ນີ້, ພັນທະ​ມິດ​ເສດຖະກິດ​ອາຊີ - ​ເອີ​ລົບ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ນັບ​ແຕ່​ປີ​ທຳ​ອິດ ​ເມື່ອ​ສັນຍາ​ມີ​ຜົນ​ສັກສິດ​ຈະ​ຍົກ​ເວັ້ນ​ພາສີ​ສຳລັບ​ສິນ​ໃນ​ນຳ້​ທັງ​ໝົດ​ຂອງ​ຫວຽດນາມ, ​ແລະ ຫຼຸດຜ່ອນ​ພາສີ​ໃນ​ລະດັບ​ສູງ​ສຸດ​ສຳລັບ​ກາ​ເຟ, ຊາ ​ແລະ ບາງ​ຜະລິດ​ຕະພັນ​ເຟີ​ນີ​ເຈີ“.

ສຳລັບ​ກົນ​ໄກ​ປັບ​ລາຄາ, ພິ​ເສດ​ແມ່ນ​ລາຄາ​ໄຟຟ້າ, ນຳ້ມັນ. ທ່ານ​ລັດຖະມົນຕີ ຫວູຮູ​ຍຮ່ວາງ​ໃຫ້​ຮູ້​ວ່າ, ທາງ​ກະຊວງ​ໄດ້​ຄິດ​ໄລ່​ລາຄາ​ໄຟຟ້າ​ຢ່າງ​ລະອຽດ​ແລ້ວ ​ເພື່ອ​ຫຼຸດຜ່ອນ​ຜົນ​ສະທ້ອນ​ເຖິງ​ການ​ຜະລິດ ​ແລະ ຊີວິດ​ຂອງ​ປະຊາຊົນ​ໃນ​ລະດັບ​ສູງ​ສຸດ. ສະ​ເພາະ​ລາຄາ​ນຳ້ມັນ, ຕາມ​ດຳລັດ 83 ຂອງ​ລັດຖະບານ, ​ແມ່ນ​ອີງ​ຕາມ​ຕະຫຼາດ ​ແລະ ການ​ຄຸ້ມ​ຄອງ​ລັດ.

ຕອນ​ບ່າຍ​ວັນ​ທີ 11/6, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ດິງຕ໋ຽນຢຸງ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫງວຽນ​ມິ​ງກວາງ ກໍ່​ເຂົ້າ​ຮ່ວມ​ການ​ອະພິປາຍ​ຕື່ມ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຂະ​ແໜງ​ອຸດສາຫະກຳ​ການ​ຄ້າ.

ຂ່າວ/ບົດ​ອື່ນ