ສືບຕໍ່ສ້າງຄວາມສາມັກຄີ,ເຕົ້າໂຮມຊາວຫນຸ່ມ

ສືບຕໍ່ສ້າງຄວາມສາມັກຄີ,ເຕົ້າໂຮມຊາວຫນຸ່ມ - ảnh 1
ທ່ານ ຮອງ​ນາຍົກລັດຖະມົນຕີຫງວຽນ​ທ້ຽນ​ເຍີນ ທີ່ການເຮັດວຽກ
ພາບ:internet

(vovworld)- ຕອນ​ບ່າຍ​ວັນ​ທີ 1/10, ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ຄະນະ​ເລຂາ​ສູນ​ກາງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ ຫວຽດນາມ ກ່ຽວ​ກັບ​ສະພາບ​ການ​ຊາວ​ຫນຸ່ມ, ໝາກຜົນ​ຈຳນວນ​ຫນື່ງ​ໃນ​ວຽກ​ງານ​ຄະນະຊາວ​ຫນຸມ ​ແລະ ຂະ​ບວນການ​ຊາວ​ຫນຸ່ມ​ເຍົາວະ​ຊົນ ​ໃນ 9 ​ເດືອນ​ຕົ້ນ​ປີ 2013, ວຽກ​ງານ​ສົມທົບ​ການ​ເຄື່ອນ​ໄຫວ​ກັບ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ການ​​ເມືອງ​ສັງຄົມ, ທ່ານ ຫງວຽນ​ທ້ຽນ​ເຍີນ ຮອງ​ນາຍົກລັດຖະມົນຕີ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​​ສະ​ເຫ​ນີບັນດາ​ຫົວຫນ່ວຍ​ທີ່​ກ່ຽວຂ້ອງ ​ກະກຽມ​ບັນດາ​ເນື້ອ​ໃນ​ວຽກ​ງານ​ຕ້ອງ​ສຸມ​ໃສ່​ຜັນ​ຂະຫຍາຍ​ໃນ​ປີ 2014, ​ໃນ​ນັ້ນ ມີ​ກົດ​ລະບຽບ​ການ​ສົມທົບ​ລະຫວ່າງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ສູນ​ກາງ​ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈີ​ມີນ ກ່ຽວ​ກັບ​ວຽກ​ງານ​ສ້າງ​ຄວາມ​ສາມັກຄີ, ​ເຕົ້າ​ໂຮມ​ຊາວ​ຫນຸ່ມ, ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ. ສຳລັບ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ​ທີ່​ມີ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ: ຜ່ານ​ການ​ຕິດຕາມ​ກວດກາ, ຕ້ອງ​ສະ​ເຫ​ນີບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ປະຕິບັດ​ນະ​ໂຍບາຍ​ທີ່​ມີ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​​ໃນ​ໄລຍະ​ຈະ​ມາ​ເຖິງໃຫ້​ດີກ​ວ່າ​ເກົ່າ.

ຂ່າວ/ບົດ​ອື່ນ