ສືບຕໍ່ເກີດການປະທະກັນຢູ່ເມືອງມົງກົກ,ຮົງກົງ(ປະເທດຈີນ)

ສືບຕໍ່ເກີດການປະທະກັນຢູ່ເມືອງມົງກົກ,ຮົງກົງ(ປະເທດຈີນ) - ảnh 1
ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ເຕົ້າ​ໂຮມຢ​ູ່ Mong Kok ໃນ​ວັນ​ທີ 17/10
(ພາບ: AFP/ TTXVN)

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 19/10, ບັນ​ດາ​ການ​ປະ​ທະ​ກັນ​ສືບ​ຕໍ​ເກີດ​ຂຶ້ນ​ລະ​ຫວ່າງ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ ແລະ ກຳ​ລັງ​ຕຳຫຼວດ​ຢູ່​ເມືອງ ມົງ​ກົກ (Mongkok), ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖາ​ນ​ທີ່​ແຫ່​ຂະ​ບວນ​ປະ​ທ້ວງ​ຕົ້ນ​ຕໍ​ຂອງ​ຂະ​ບວນ​ການ “ຢືດ​ຄອງ​​ໃຈ​ກາງ” ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ ຮົງ​ກົງ. ການ​ປະ​ທະ​ກັນ​ໄດ້​​ເກີດ​ຂຶ້ນ​ພາຍຫຼັງ​ປະ​ກົດ​ມີ​ຄຳ​ຮຽກ​ຮ້ອງ​ໃນ​ ອີນ​ເຕີ​ເນັດ​ກ່ຽວ​ກັບ​ເລື່ອງ “ຢືດ​ຄອງ​ຖະ​ໜົນ Argyle ແລະ ຖະ​ໜົນ Nathan ເມື່ອ​ກາ​ງ​ຄືນ​ວັນ​ທີ 18/10”, ເຮັ​ດ​ໃຫ້​ຕຳຫຼວດ​ຕ້ານ​ການຈາ​ລະ​ຈົນ​​ນັບ​ສິບ​ຄົນ​ຖືກ​ສົ່ງ​ເຖິງ​ເຂດນີ້. ຕາມ​ອຳ​ນາດ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫາ​ນ​ພິ​ເສດນີ້​ແລ້ວ, ມີ​ປະ​ມານ 20 ຄົນ​ຖືກ​ຮັບ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ​ຄັ້ງ​ນີ້.


ຂ່າວ/ບົດ​ອື່ນ