ສືບ​ຕໍ່​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ສະ​ເພາະ​ຂອງ​ການ​ທູດ​ປະ​ຊາ​ຊົນ

(VOVWORLD) -  ວັນທີ 23 ທັນວາ, ຢູ່ຮ່າໂນ້ຍ, ຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານການທູດປະຊາຊົນ ປີ 2020 ແລະ ຜັນຂະຫຍາຍໜ້າທີ່ປີ 2021.
ສືບ​ຕໍ່​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ສະ​ເພາະ​ຂອງ​ການ​ທູດ​ປະ​ຊາ​ຊົນ - ảnh 1ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈໍາການຄະນະເລຂາ ສູນກາງພັກຄອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:ແອັງຮວ່ຽນ)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈໍາການຄະນະເລຂາ ສູນກາງພັກຄອມມູນິດ ຫວຽດນາມ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງກຳລັງປະຕິບັດວຽກງານການທູດປະຊາຊົນ ເຂົ້າໃນຜົນງານການຕ່າງປະເທດລວມຂອງປະເທດໃນປີ 2020, ພິເສດແມ່ນໃນສະພາບການທີ່ໂລກລະບາດໂຄວິດ - 19 ເຮັດໃຫ້ທຸກດ້ານຂອງຊີວິດສັງຄົມ ແລະ ການພົວພັນສາກົນມີຄວາມສັບສົນປົນເປ.  ທ່ານກ່າວວ່າ:

        “ອາດເວົ້າໄດ້ວ່າ, ດ້ວຍລັກສະນະສະເພາະ ທີ່ມີໄຫວພິບ, ນີ້ມນວນ, ການທູດປະຊາຊົນໄດ້ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ຮັບມືກັບສະພາບການຢ່າງມີປະສິດທິຜົນ, ຫັນສິ່ງທ້າທ້າຍເປັນກາລະໂອກາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຍູ້ໂລກລະບາດໃຫ້ຖອຍໄປ ແລະ ບືນຕົວຂຶ້ນຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ, ສືບຕໍ່ປະຕິບັດບົດບາດກໍ່ສ້າງ ແລະ ປັບປຸງພື້ນຖານຂອງສັງຄົມ, ສ້າງເງື່ອນໄຂສະດວກໃຫ້ແກ່ການພົວພັນດ້ານການເມືອງການຕ່າງປະເທດຂອງ ຫວຽດນາມ ກັບບັນດາຄູ່ຮ່ວມມືສາກົນ. ນີ້ແມ່ນຫຼັກຖານທີ່ຊີ້ໃຫ້ເຫັນເຈດຈຳນົງ ແລະ ກຳລັງແຮງຂອງຊາວ ຫວຽດນາມ ເວົ້າລວມ ແລະ ກຳລັງເຂົ້າຮ່ວມວຽກງານການທູດປະຊາຊົນເວົ້າສະເພາະ”.

        ທ່ານ ເຈິ່ນກວ໊ກເວື້ອງ ສະເໜີວ່າ ໃນໄລຍະຈະມາເຖິງ ຄວນສືບຕໍ່ເປີດກວ້າງ ແລະ ຍົກສູງຄຸນນະພາບຂອງລະບົບການເມືອງໃນການເຄື່ອນໄຫວການທູດປະຊາຊົນ, ຮັບປະກັນການນຳພາທີ່ເປັນເອກະພາບຂອງພັກ, ເສີມຂະຫຍາຍທິດນຳທີ່ວ່າ “ເປັນເຈົ້າການ, ມີໄຫວພິບ, ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ”, ສືບຕໍ່ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງການເຄື່ອນໄຫວ. ທ່ານເຈິ່ນກວ໊ກເວື້ອງ ກໍເຊື່ອໝັ້ນວ່າ ປີ 2021, ການເຄື່ອນໄຫວການທູດປະຊາຊົນ ຈະສືບຕໍ່ປະຕິບັດສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍໄດ້ເປັນຢ່າງດີ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງປະເທດຊາດທີ່ເວທີສາກົນ.

        ກໍທີ່ກອງປະຊຸມຄັ້ງນີ້, ຄະນະພົວພັນຕ່າງປະເທດສູນກາງ ພັກໄດ້ມອບທຸງແຂ່ງຂັນ ນຳໜ້າໃນວຽກງານການທູດປະຊາຊົນ ປີ 2020, ມອບໃບຍ້ອງຍໍໃຫ້ແກ່ໝູ່ຄະນະ ແລະ ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານດັ່ງກ່າວໃນປີ 2020 ແລະ ມອບຫຼຽນກາທີ່ລະນຶກ “ເພື່ອພາລະກິດການທູດປະຊາຊົນ” ໃຫ້ແກ່ສ່ວນບຸກຄົນຈຳນວນໜຶ່ງອີກດ້ວຍ.  

ຕອບກັບ

ຂ່າວ/ບົດ​ອື່ນ