ສືບຕໍ່ໂຄງການດຳເນີນງານຂອງວາລະປະຊຸມຄັ້ງທີ44ຄະນະປະຈຳສະພາແຫ່ງຊາດ

ສືບຕໍ່ໂຄງການດຳເນີນງານຂອງວາລະປະຊຸມຄັ້ງທີ44ຄະນະປະຈຳສະພາແຫ່ງຊາດ - ảnh 1
ວາ​ລະ​ປະ​ຊ​ຸມ​ຄັ້ງ​ທີ 44 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄຂ​ຂຶ້ນ​ໃນ
​ວັນ​ທີ 14/1
(ພາບ​ປະ​ກອບ​)

Vovworld - ວັນ​ທີ 15/1, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ສືບ​ຕໍ່​ລາຍ​ການ​ເຮັດ​ວຽກ​ຂອງວາ​ລະ​ປະ​ຊຸມ​ຄັ້ງ​ທີ 44. ໃນ​ຕອນ​ເຊົ້າ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ປະ​ກອ​ບ​ຄ​ຳ​ເຫັນ​ກ່ຽວ​ກັບ​ຮ່າງ​ມະ​ຕິ​ແນະ​ນຳ​​ເລື່ອງ​ກຳ​ນົດ​ຮ​່າງ​ໂຄງ​ປະ​ກອບ, ພາກ​ສ່ວນ, ​ຈັດ​ແບ່ງ​ຈຳ​ນວນ​ຜູ້​ໄດ້​ຮັບ​ ​ແນະ​ນຳ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​​ເປັນ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ.

        ຕອນ​ບ່າຍ, ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ​ໄດ້ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ພາ​ສີ​ສົ່ງ​ອອກ, ພາ​ສີ​ນຳ​ເຂົ້າ (ສະ​ບັບ​ປັບ​ປຸງ) ແລະ ກົດ​ໝາຍ​​ວ່າ​ດ້ວຍ​ການປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາ​ດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ອາ​ກອນ​ມູນ​ຄ່າ​ເພີ່ມ, ກົດ​ໝາຍ​ວ່າ​ດ້ວຍ​ພາ​ສີ​ຈຳ​ໜ່າຍ​ພິ​ເສດ ແລະ ກົດ​ໝ​າຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ພາ​ສີ.

 


ຂ່າວ/ບົດ​ອື່ນ