ສືບຕໍ່ໂຄສະນາວັດທະນະທຳເປຣູຢູ່ຫວຽດນາມຢ່າງເລິກເຊິ່ງ,ກວ້າງຂວາງ

ສືບຕໍ່ໂຄສະນາວັດທະນະທຳເປຣູຢູ່ຫວຽດນາມຢ່າງເລິກເຊິ່ງ,ກວ້າງຂວາງ - ảnh 1
ສືບ​ຕໍ່​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ເປ​ຣູ​ຢູ່​ຫວຽດ​ນາມ
(ພາບ: TTXVN)

(vovworld) - ​​ ​ເນື່ອງ​ໃນ​ໂອ​ກາດສະ​ເຫຼີມ​ສະ​ຫຼອງ 195 ປີ​ແຫ່ງວັນ​ຊາດ​ເປ​ຣູ (1821 - 2016) ແລະ​ ສະ​ເຫຼີມ​ສະ​ຫຼອງ 22 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ເປ​ຣູ ແລະ ຫວຽດ​ນາມ (1994 – 2016). ວັນ​ທີ 07/07, ຢູ່​ຮ່າ​ໂນ້ຍ, ສະ​ຖານ​ທູດ​ເປ​ຣູ ປະ​ຈຳ​ຫວຽດ​ນາມ ໄດ້​ຈັດ​ບັນ​ດາການ​ເຄື່ອນ​ໄຫວ​​ສົ່ງ​ເສີມ​ດ້ານກ​ານ​ຄ້າ, ການ​ທ່​ອງ​ທ່ຽວ ແລະ ວັດ​ທະ​ນະ​ທຳ ອາ​ຫານ​ການ​ກິນ ເພື່ອ​ແນ​ໃສ່​ສືບ​ຕໍ່​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ຂອງ​ເປ​ຣູ ເຖິງ​ເພື່ອນ​ມິດ​ຫວຽດ​ນາມ ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ. ບັນ​ດາ​ການ​ເຄື່ອນ​ໄຫວ​ລວມ​ມີ: ​ການແນະ​ນຳ​ກາ​ເຟ​ເປ​ຣູ; ກອງ​ປະ​ຊຸມ​ສຳ​ມະ​ນາ​ໂຄ​ສະ​ນາກ່ຽວ​ກັບ​ຕະ​ຫຼາດ​ທ່ອງ​ທ່ຽ​ວ​ເປ​ຣູ; ງານ​ມະ​ໂຫລານ​ອາ​ຫານ​ການ​ກິນ “Peru Mucho Susto”, ເພື່​ອ​ປະ​ກອ​ບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ການ​ຄ້າ, ການ​ທ່ອງ​ທ່ຽວ​ລະ​ຫວ່າງ 2 ປະ​ເທດ.

        ກ່າວ​ຄຳ​ເຫັນ​ໂຄ​ສະ​ນາ​ກ່ຽວ​ກັບ​ເປ​ຣູ, ທ່ານ Luis Tsuboyama, ອຸ​ປະ​ທູດ, ສະ​ຖານ​ທູດ​ເປ​ຣູ ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ, ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ດຳ​ເນີນ​ໃນ​ໂອ​ກາດນີ້ ແມ່ນ​ເພື່ອ​ໂຄ​ສະ​ນາ​ກ່ຽວ​ກັບ​ທັດ​ສະ​ນີ​ຍະ​ພາບ, ປະ​ເທດ​ຊາດ ແລະ ຊາວ​ເປ​ຣູ ເຖິງ​ປະ​ຊາ​ຊົນ​, ນັກ​ທ່​ອງ​ທ່ຽວ​ຫວຽດ​ນາມ, ພິ​ເສດ​ແມ່ນ​ບັນ​ດາ​ນັກ​ທ່ອງ​ທ່ຽວ​ມັກ​ໄປ​ທ່ອງ​ທ່ຽວ​ຄົ້ນ​ຫາ.

ຂ່າວ/ບົດ​ອື່ນ