ສັບປະດາພະລັງງານຜະລິດຄືນໃໝ່ຫວຽດນາມປີ 2016

ສັບປະດາພະລັງງານຜະລິດຄືນໃໝ່ຫວຽດນາມປີ 2016 - ảnh 1
ສັບປະດາພະລັງງານ​ຜະລິດ​ຄືນ​ໃໝ່​ປີ 2016
(ພາບ: tapchicongsan.org.vn)

(vovworld) - ​ໃນລະຫວ່າງວັນ​ທີ 15 – 16/11, ຢູ່​ນະຄອນ ​ເກີນ​ເທີ, ຄະນະ​ຊີ້​ນຳ​ເຂດທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້​ສົມທົບ​ກັບສະຫະພັນ​ພະລັງງານ ຫວຽດນາມ, ສູນ​ພັດທະນາ​ຫົວຄິດ​ປະດິດ​ສ້າງຂຽວ, ຈັດ​ຕັ້ງ​ສັບປະດາພະລັງງານ​ຜະລິດ​ຄືນ​ໃໝ່​ປີ 2016, ​ເຂົ້າ​ຮ່ວມ​ສັບປະດາ​ພະລັງງານ​ຜະລິດ​ຄືນ​ໃໝ່ ຫວຽດນາມ ປີ 2016 ມີ​ບັນດາ​ນັກ​ຊ່ຽວຊານ​ກ່ຽວ​ກັບ​ດ້ານພະລັງງານ; ນັກວິທະຍາສາດ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ; ການ​ນຳ​ບັນດາ​ພະ​ແນ​ກ, ຄະນະ, ​ຂະ​ແໜງ​ການ​ຢູ່ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ທິດ​ໃຕ້ ຫວຽດນາມ. ສັບປະດາ​ມີ​ບັນດາ​ເຫດການ​ດີ​ເດັ່ນ​ຄື: ງານ​ວາງສະ​ແດງ​ຮູບ​ການ​ພະລັງງານ; ສາຍຮູບ​ເງົາ; ຈັດ​ຕັ້ງ 2 ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ: “ຍຸດ​ທະ​ສາດ​ພັດທະນາ​ພະລັງງານ​ຜະລິດ​ຄືນ​ໃໝ່, ພັດທະນາ​ພະລັງງານ​ຢູ່ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​​ໃຕ້ ຫວຽດນາມ ​ແບບ​ຍືນ​ຍົງ” ​ແລະ “ຂໍ້​ລິ​ເລີ່​ມ ​ແລະະ ພຶດຕິ​ກຳ​ຕົວ​ຈິງ​ການ​ໝູນ​ໃຊ້​ພະລັງງານ​ຜະລິດ​ຄືນ​ໃໝ່”; ​ໂອ້​ລົມ​ສົນທະນາ “ພະລັງງານ​ຜະລິດ​ຄືນ​ໃໝ່​ໃຫ້​ບັນດາ​ປະຊາ​ຄົມທີ່​ບໍ່​ທັນ​ເຊື່ອມ​ຕໍ່​ຕາໜ່າງ”. ທີ່​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ ​ແລະ ​ການໂອ້​ລົມ​ສົນທະນາ, ບັນດາ​ນັກ​ຊ່ຽວຊານ​ສາກົນ, ນັກວິທະຍາສາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ບັນດາ​ທ້ອງ​ຖິ່ນ​ໄດ້​ແບ່ງປັນ​ບົດຮຽນອັນ​ລ້ຳ​ຄ່າ ​ເພື່ອ​ພັດທະນາ​ແຫຼ່ງພະລັງງານ​ຜະລິດ​ຄືນ​ໃໝ່ ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ