(VOVWORLD) - ພິທີໄຂສັບປະດາວັດທະນະທຳລາວ ຢູ່ ຫວຽດນາມ ປີ 2025 ດຳເນີນໃນບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ ໃນຕອນຄ່ຳວັນທີ 02 ຕຸລາ, ເປີດອອກບັນດາເທດສະການວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງປະເທດລາວລ້ານຊ້າງ ຢູ່ ຫວຽດນາມ.
ທ່ານ ໂຮ່ອານຟອງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກ່າວຄຳເຫັນທີ່ພິທີ |
ເຂົ້າຮ່ວມພິທີ ມີທ່ານ ໂຮ່ອານຟອງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ; ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ທ່ອງທ່ຽວ ລາວ; ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ພ້ອມດ້ວຍຜູ້ຕາງໜ້າອົງການຕ່າງໆຂອງສອງປະເທດ ແລະ ຜູ້ຊົມ ຫວຽດນາມ, ລາວ ຈຳນວນຫຼວງຫຼາຍ.
ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ທ່ອງທ່ຽວ ລາວ ກ່າວໄຂສັບປະດາ |
ເມື່ອກ່າວຄຳເຫັນໄຂສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ ປີ 2025, ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ທ່ອງທ່ຽວ ລາວ ໃຫ້ຮູ້ວ່າ:
“ຢູ່ດິນແດນ ຮ່າໂນ້ຍ ທີ່ຮັ່ງມີສວຍງາມ, ແຫ່ງອະລິຍະທຳນັບພັນປີ, ສັນຕິພາບ, ຊາວເມືອງມີຄວາມຮັກແພງແຂກຄົນ, ໂອບເອື້ອອາລີເອື້ອເຟື້ອເພື່ອແຜ່ ແລະ ຕ້ອນຮັບແຂກບ້ານແຂກເມືອງ, ໂອກາດນີ້, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ. ຫວຽດນາມ ສົມທົບກັບກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ.ລາວ ຈັດຕັ້ງງານສັບປະດາວັດທະນະທຳລາວ ຢູ່ ສສ. ຫວຽດນາມ ຂຶ້ນ ເຊິ່ງປະກອບມີການສະແດງສິລະປະວັດທະນະທຳຈາກນັກສະແດງແຫ່ງ ສປປ.ລາວ. ລາຍການດັ່ງກ່າວປະກອບມີບົດຟ້ອນ, ບົດເພງ ທີ່ມີເນື້ອໃນເວົ້າເຖິງມູນເຊື້ອສິລະປະວັດທະນະທຳອັນດີງາມ ແລະ ເປັນເອກະລັກຂອງປະຊາຊົນລາວບັນດາເຜົ່າ, ສັນລະເສີນປະເທດລາວທີ່ອຸດົມຮັ່ງມີ ແລະ ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສ້າງປະເທດຊາດ. ນອກນັ້ນ ຍັງມີບົດເພງ, ບົດຟ້ອນທີ່ສັນລະເສີນມູນເຊື້ອ ຄວາມສາມັກຄີມິດຕະພາບແບບພິເສດ ແລະ ດູດດື່ມລະຫວ່າງສອງຊາດລາວ - ຫວຽດນາມ, ຫວຽດນາມ - ລາວ. ນອກຈາກການສະແດງສິລະປະຢູ່ນະຄອນຫຼວງ ຮ່າໂນ້ຍ, ຄະນະນັກສິລະປະຂອງພວກເຮົາຍັງໄປສະແດງຮັບໃຊ້ປະຊາຊົນຢູ່ແຂວງແ ແທັງຮວ໊າ ອີກດ້ວຍ.”
ການສະແດງທີ່ເຕັມໄປດ້ວຍອາລົມຈິດຄວາມຮັກແພງຂອງຄະນະສິລະປະລາວ ໄດ້ເປັນໂອກາດໃຫ້ຜູ້ຊົມໄດ້ຮັບຊົມພາບລວມຂອງດົນຕີ, ສິລະປະຂັບຟ້ອນ ແລະ ຊຸດອາພອນປະຈຳເຜົ່າ |
ດ້ວຍການກະກຽມຢ່າງພິຖິພິຖັນ, ບັນດາທຳນອງເພງທີ່ເລິກເຊິ່ງຝັງໃຈ, ວາດຟ້ອນທີ່ອ່ອນຊ້ອຍ ພ້ອມດ້ວຍການສະແດງທີ່ເຕັມໄປດ້ວຍອາລົມຈິດຄວາມຮັກແພງຂອງຄະນະສິລະປະລາວ ໄດ້ເປັນໂອກາດໃຫ້ຜູ້ຊົມໄດ້ຮັບຊົມພາບລວມຂອງດົນຕີ, ສິລະປະຂັບຟ້ອນ ແລະ ຊຸດອາພອນປະຈຳເຜົ່າ, ອັນໄດ້ສະແດງໃຫ້ເຫັນຈຸດຄວາມງາມທາງດ້ານວັດທະນະທຳຂອງປະຊາຊົນລາວບັນດາເຜົ່າ, ນ້ຳໃຈສາມັກຄີ, ຄວາມຜູກພັນຢ່າງໜຽວແໜ້ນລະຫວ່າງສອງປະເທດ.
ສຽງແຄນລາວ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ ທັງ ຫວຽດນາມ ແລະ ລາວ |
ສັບປະດາວັດທະນະທຳລາວ ຢູ່ ຫວຽດນາມ ປີ 2025 ຈັດຂຶ້ນແຕ່ວັນທີ 01 – 07 ຕຸລາ ຢູ່ນະຄອນຫຼວງ ຮ່າໂນ້ຍ ແລະ ແຂວງ ແທັງຮວ່າ. ລາຍການດັ່ງກ່າວໄດ້ປະກອບສ່ວນເສີມສ້າງສາຍພົວພັນມິດຕະພັບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານໂດຍປະທານ ໂຮ່ຈີມິນ ແລະ ປະທານ ສຸພານຸວົງ ພ້ອມດ້ວຍການນຳສອງປະເທດລຸ້ນຕ່າງໆໄດ້ກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງ./.