ສັບປະດາວັດທະນາທຳແນະນຳນາຂັ້ນໄດມູ່ກາງຈາຍເຊິ່ງແມ່ນທັດສະນີຍະພາບແຫ່ງຊາດ

 ສັບປະດາວັດທະນາທຳແນະນຳນາຂັ້ນໄດມູ່ກາງຈາຍເຊິ່ງແມ່ນທັດສະນີຍະພາບແຫ່ງຊາດ - ảnh 1

ລາຍການວັດທະນະທຳ​ສິລະ​ປະແຄນຂອງ​ຊາວ​ເຜົ່າ​ມົ້ງ
(ພາບ: baoyenbai.com.vn)

(vovworld) – ຕອນ​ຄ່ຳ​ວັນ​ທີ 13/9, ຢູ່​ເມືອງ ມູ່ກາງ​ຈາ​ຍ ​ແຂວງ ອຽນ​ບ໋າ​ຍ, ​“ສັບປະດາວັດທະນະທຳ ​ແລະ ທ່ອງ​ທ່ຽວ​​ເຂດ​ນາ​ຂັ້ນ​ໄດມູ່ກາງ​ຈາ​ຍ​ເຊິ່ງ​ແມ່ນທັດສະນີ​ຍະ​ພາບ​ແຫ່ງ​ຊາດ ປີ 2015” ​​ໄດ້ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ດ້ວຍ​ຫົວຂໍ້ “ນາ​ຂັ້ນ​ໄດ​ເຖິງ​ພູ”. ພິທີ​​ໄດ້ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ໃນ​ເມືອງ​ເຂົ້າ​ຮ່ວມ​​ເປັນຈຳນວນ​ຫລວງຫລາຍ. ພາຍຫລັງ​ພິທີ​ໄຂ, ລາຍການວັດທະນະທຳ​ສິລະ​ປະ, ສະ​​ແຄນຂອງ​ຊາວ​ເຜົ່າ​ມົ້ງ ທີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​​ບັນດາ​ເຜົ່າ ​ໄດ້ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ແລະ ປະຊາຊົນ​ມາຊົມ​ເປັນ​ຈຳນວນ​ຫລວງຫລາຍ. ​ໃນ​ຂອບ​ເຂດ​ສັບປະດາ​ວັດທະນະທຳ, ຍັງ​ມີ​ການ​ເຄື່ອນ​ໄຫວ​ເອກະລັກ​ສະ​ເພາະ​ຫລາຍ​ຢ່າງຄື: ​ຕະຫລາດ​ນັດເຂດ​ພູດ​ອຍ, ການ​ສາຍຮູບ​ເງົາ​ເອກະສານ​ແນະນຳ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ ອຽນບ໋າ​ຍ,​ ສາຍຮູບ​ເງົາກ່ຽວ​ກັບ​ປະຫວັດສາດ, ວັດທະນະທຳ​ຂອງ​ບັນດາ​ເຜົ່າ​ໃນ​ບໍລິ​ເວນ​ເມືອງ; ງານ​ວາງສະ​ແດງ​ຮູບ​ພາບ “ມູກາງ​ຈາ​ຍ - ນາຂັ້ນ​ໄດ​”…

ສັບປະດາ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ນາ​ຂັ້ນ​ໄດ ມູກາງ​ຈາ​ຍ ​ເຊິ່ງ​ແມ່ນທັດສະນີ​ຍະ​ພາບ​ແຫ່ງ​ຊາດ ປີ 2015 ດຳ​ເນີນ​ຮອດ​ວັນ​ທີ 20/9.

ຂ່າວ/ບົດ​ອື່ນ