ສັບປະດາວາງສະແດງຮູບພາບ:ສະເຫລີມສະຫລອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ

(VOVWORLD) -ງານວາງສະແດງຖືກຈັດຂຶ້ນ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈຂອງປະຊາຊົນສອງປະເທດກ່ຽວກັບ ການພັດທະນາການພົວພັນສອງຝ່າຍກໍ່ຄືວັດທະນະທຳ ກາລະໂອກາດການລົງທຶນດຳເນີນທຸລະກິດ, ການທ່ອງທ່ຽວ 
ສັບປະດາວາງສະແດງຮູບພາບ:ສະເຫລີມສະຫລອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ  - ảnh 1ວາງສະແດງຮູບພາບປະທານໂຮ່ຈີມິນ ຢ້ຽມຢາມ ອິນໂດເນເຊຍ ປີ  1959

ໂດຍນອນໃນບັນດາເຫດການສະເຫລີມສະຫລອງໃນປີ 2020 ໂດຍສະຖານທູດຫວຽດນາມ ຈັດຕັ້ງ ຢູ່ ອິນໂດເນເຊຍ, ແຕ່ວັນທີ 7-13 ທັນວາ ໄດ້ດຳເນີນງານວາງສະແດງຮູບພາບ ສະເຫລີມສະຫລອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ(30/12/1955-30/12/2020) ຢູ່ ນະຄອນ Yogyakarta ປະເທດ ອິນໂດເນເຊຍ. ງານວາງສະແດງຖືກຈັດຂຶ້ນ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈຂອງປະຊາຊົນສອງປະເທດກ່ຽວກັບ ການພັດທະນາການພົວພັນສອງຝ່າຍກໍ່ຄືວັດທະນະທຳ ກາລະໂອກາດການລົງທຶນດຳເນີນທຸລະກິດ, ການທ່ອງທ່ຽວ ເພື່ອຟື້ນຟູພື້ນຖານເສດຖະກິດຢູ່ໃນ ແລະ ຫລັງໂຄວິດ 19 ໂດຍໄວ.

ໃນຂະນະນັ້ນ ການວາງສະແດງຮູບພາບທາງອອນລາຍ ແລະ ສາຍຟິມເອກະສານ “ປະທານໂຮ່ຈີມິນ ແລະ ປະທານາທິບໍດີ Sukarno - ຄວາມສາມັກຄີມິດຕະພາບ ຫວຽດນາມ - ອິນໂດເນເຊຍ” ຈະໄດ້ລົງໃນເວັບໄຊ Virtualexpo.jogjaprov.go.id. ນອກຈາກບັນດາຮູບພາບ, ຟິມເອກະສານກ່ຽວກັບການຢ້ຽມຢາມ ອິນໂດເນເຊຍ ຂອງປະທານໂຮ່ຈີມິນ, ການຢ້ຽມຢາມຫວຽດນາມ ຂອງປະທານາທິບໍດີ Sukarno ແລະ ການພັດທະນາການພົວພັນສອງຝ່າຍລະຫວ່າງສອງປະເທດໃນ 65 ປີຜ່ານມາ, ງານວາງສະແດງ ຍັງແນະນຳບັນດາຄວາມສາມາດບົ່ມຊ້ອນດ້ານເສດຖະກິດປາຍແຫລມຂອງ Yogyakarta ອີກດ້ວຍ.

ເຮືອງຈາ ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ