ສັບປະດາແຟຊັນສາກົນ ຫວຽດນາມລະດູບານໃຫມ່-ລະດູຮ້ອນປີ2017

 ສັບປະດາແຟຊັນສາກົນ ຫວຽດນາມລະດູບານໃຫມ່-ລະດູຮ້ອນປີ2017 - ảnh 1
ສັບ​ປະ​ດາ ແຟ​ຊັນ ສາ​ກົນ​ຫວຽດ​ນາມ
ພາບປະ​ກອບ

(vovworld)- ສັບ​ປະ​ດາ ແຟ​ຊັນ ສາ​ກົນ​ຫວຽດ​ນາມ ລະ​ດູ​ບານ​ໃຫມ່ - ລະ​ດູຮ້ອນ​ປີ 2017 ໂດຍບ​ໍ​ລິ​ສັດ Multimedia JSC ປະ​ຕິ​ບັດ ຈະ​ຖືກ​ຈັດ​ຂຶ້ນ​ຢູ່ ນະ​ຄອນ​ໂຮ່​ຈິ​ມີນ ແຕ່​ວັນ​ທີ 25-28/4. ນີ້​ແມ່ນ​ເຫດ​ການ ແຟ​ຊັນ ຂະ​ຫ​ນາດ​ໃຫ​ຍ່ ແລະ ມື​ອາ​ຊີບ ຢູ່ ຫວຽດ​ນາມ ໂດຍມີ​ການ​ເຂົ້າ​ຮ່ວມ ຂອງ​ບັນ​ດາ​ນັກ​ອອກ​ແບບ ແຟ​ຊັນ ແຖວ​ຫ​ນ້າ​ຂອງ ຫວຽດ​ນາມ, ອາ​ຊີ ແລະ ໂລກ ພ້ອມ​ກັບ​ບັນ​ດາ​ຜູ້​ມີ​ຊື່​ສຽງ​ໃນ​ວົງ​ການ ແຟ​ຊັນ ກໍ​ຄື​ນັກ​ສິ​ລະ​ປິນ​ທີ່​ມີ​ຊື່​ສຽງ​ຢູ່ ຫວຽດ​ນາມ. ໃນ​ສັບ​ປະ​ດາ ແຟ​ຊັນ ​ຄັ້ງນີ້, ບັນ​ດາ​ນັກ​ອອກ​ແບບ ແຟ​ຊັນ ຈະ​ແນະ​ນຳ​ບັນ​ດາ​ຊຸດ​ອາ​ພອນ​ໃຫມ່ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ. ສັບ​ປະ​ດາ ແຟ​ຊັນ ສາ​ກົນ ຫວຽດ​ນາມ ຖືກ​ຈັດ​ຂຶ້ນ ເພື່​ອ​ແນ​ໃສ່​ມຸ້ງ​ໄປ​ເຖິງ​ການ​ພັດ​ທະ​ນາ ແລະ ນຳ​ພື້ນ​ຖານ ແຟ​ຊັນ ຫວຽດ​ນາມ ອອກ​ສູ່​ຕະ​ຫລາດ​ໂລກ ຜ່ານ​ການ​ສ້າງ​ເງື່ອນ​ໄຂ​ເຮັດ​ວຽກ ແລະ ພັດ​ທະ​ນາ​ວິ​ຊາ​ຊີບໃຫ້​ແກ່ບັນ​ດາ​ນາງ​ແບບ ແລະ ນັກ​ອອກ​ແບບ​ແຟ​ຊັນ ທີ່​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ຂອງ​ຫວຽດ​ນາມ ຢູ່ ຕະ​ຫລາດ​ພາຍ​ໃນ ແລະ ສາ​ກົນ.


ຕອບກັບ

ຂ່າວ/ບົດ​ອື່ນ