ສ​ປ​ຊ ກ່າວ​ເຕືອນ​​ວ່າ ຄວາມ​ຕ້ອງ​ການ​ໃນ​ການ​ໜູນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ ຈະ​ເພີ່ມ​ຂຶ້ນ​ຢ່າງ​ແຮງໃນປີ 2022

(VOVWORLD) -ຕາມບົດລາຍງານແລ້ວ, ເພື່ອໜູນຊ່ວຍປະຊາຊົນ 183 ລ້ານຄົນ ທີ່ມີຄວາມສ່ຽງສູງກ່ວາໝູ່ ຢູ່ 63 ປະເທດ ໃນປີ 2022 ຈະຕ້ອງການຈຳນວນເງິນ 41 ຕື້ USD, ເພີ່ມຂຶ້ນ 35 ຕື້ USD ເມື່ອທຽບໃສ່ກັບຄວາມຮຽກຮ້ອງຕ້ອງການ ຂອງປີ 2021 ແລະ ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກັບ 4 ປີກ່ອນນີ້.
ສ​ປ​ຊ ກ່າວ​ເຕືອນ​​ວ່າ ຄວາມ​ຕ້ອງ​ການ​ໃນ​ການ​ໜູນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ ຈະ​ເພີ່ມ​ຂຶ້ນ​ຢ່າງ​ແຮງໃນປີ 2022 - ảnh 1ປະຊາຊົນຮັບການໜູນຊ່ວຍດ້ານມະນຸດສະທຳຢູ່ ເຢແມນ (ພາບ: AFP/TTXVN)

ໃນວັນທີ 2 ທັນວາ, ຫ້ອງວ່າການປະສານງານບັນດາບັນຫາມະນຸດສະທຳຂອງ ສປຊ ໄດ້ປະກາດບົດລາຍງານສະຫຼຸບການໜູນຊ່ວຍດ້ານມະນຸດສະທຳທົ່ວໂລກ ກ່າວເຕືອນວ່າ ຄວາມຕ້ອງການໃນການໜູນຊ່ວຍດ້ານມະນຸດສະທຳ ພວມເພີ່ມຂຶ້ນຢ່າງແຮງໃນທົ່ວໂລກ, ໃນສະພາບການໂລກລະບາດໂຄວິດ - 19 ສືບຕໍ່ຄຸກຄາມ ໃນຂະນະທີ່ການປ່ຽນແປງຂອງດິນຟ້າອາກາດ ແລະ ການປະທະກັນ ໄດ້ຍູ້ໃຫ້ປະຊາຊົນຫຼາຍຄົນ ຕົກເຂົ້າສູ່ສະພາບການທຸກຍາກອຶດຫິວ.

ບົດລາຍງານຄາດວ່າ ມີປະຊາຊົນປະມານ 274 ລ້ານຄົນໃນໂລກ ຈະຕ້ອງໄດ້ຮັບການໜູນຊ່ວຍຢ່າງຮີບດ່ວນ ພາຍໃຕ້ຮູບແບບໃດໜຶ່ງໃນປີ 2022, ເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ເຊິ່ງແມ່ນປີທີ່ມີຈຳນວນຜູ້ຕ້ອງການໃຫ້ໜູນຊ່ວຍບັນລຸລະດັບສະຖິຕິ.

ຕາມບົດລາຍງານແລ້ວ, ເພື່ອໜູນຊ່ວຍປະຊາຊົນ 183 ລ້ານຄົນ ທີ່ມີຄວາມສ່ຽງສູງກ່ວາໝູ່ ຢູ່ 63 ປະເທດ ໃນປີ 2022 ຈະຕ້ອງການຈຳນວນເງິນ 41 ຕື້ USD, ເພີ່ມຂຶ້ນ 35 ຕື້ USD ເມື່ອທຽບໃສ່ກັບຄວາມຮຽກຮ້ອງຕ້ອງການ ຂອງປີ 2021 ແລະ ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກັບ 4 ປີກ່ອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ