ສ​ປ​ຊ ຊຸກ​ຍູ້​ແຜນ​ການ​ສ້າງ​ສັນ​ຕິ​ພາບ​ຢູ່ ເຢ​ແມນ

(VOVWORLD) -ວັນທີ 7 ພະຈິກ, ທ່ານ Hans Grundberg ທູດພິເສດຂອງ ສປຊ ຮັບຜິດຊອບກ່ຽວກັບບັນຫາຢູ່ ເຢແມນ ໄດ້ເລີ່ມເດີນທາງໄປຍັງນະຄອນຫຼວງຊົ່ວຄາວຂອງ ເຢແມນ, ນະຄອນພາກໃຕ້ Aden ເພື່ອປຶກສາຫາລືກັບລັດຖະບານປະເທດນີ້ ກ່ຽວກັບແຜນການສ້າງສັນຕິພາບ ໂດຍ ສປຊ ເປັນອົງການໄກເກ່ຍ ແນໃສ່ສິ້ນສຸດການປະທະກັນຢູ່ປະເທດ ຕາເວັນອອກກາງນີ້.
ສ​ປ​ຊ ຊຸກ​ຍູ້​ແຜນ​ການ​ສ້າງ​ສັນ​ຕິ​ພາບ​ຢູ່ ເຢ​ແມນ - ảnh 1ທ່ານ Hans Grundberg ທູດພິເສດຂອງ ສປຊ ຮັບຜິດຊອບກ່ຽວກັບບັນຫາຢູ່ ເຢແມນ  (ພາບ: Twitter/TTXVN)

ຕາມແຜນການແລ້ວ, ທ່ານ Hans Grundberg ຈະມີການພົບປະກັບທ່ານ Maeen Abdul Malik Saeed ນາຍົກລັດຖມົນຕີ ເຢແມນ  ແລະ ເຈົ້າໜ້າທີ່ຂັ້ນສູງຈຳນວນໜຶ່ງຂອງປະເທດນີ້. ທ່ານ Hans Grundberg ພວມມານະພະຍາຍາມກະຕຸກຊຸກຍູ້ ລັດຖະບານ ເຢແມນ ແລະ ພວກກະບົດ Houthi ຍອມຮັບແຜນການສ້າງສັນຕິພາບຂອງ ສປຊ, ຕາມນັ້ນແລ້ວ ຮຽກຮ້ອງໃຫ້ບັນດາຝ່າຍ ກ້າວໄປເຖິງຂໍ້ຕົກລົງຢຸດຍິງໃນຂອບເຂດທົ່ວປະເທດໃນທັນທີ.

        ແຜນການສ້າງສັນຕິພາບໂດຍ ສປຊ ປົກປ້ອງນັ້ນ ກໍຮຽກຮ້ອງກຳລັງ Houthi ຢຸດຕິການບຸກໂຈມຕີໃສ່ນະຄອນພາກກາງ Marib, ເປີດປະຕູສະໜາມບິນ Sanaan ແລະ ຍົກເລີກຂໍ້ຄວາມຈຳກັດສຳລັບ ທ່າກ່ຳປັ່ນ Hodeidah.

ຕອບກັບ

ຂ່າວ/ບົດ​ອື່ນ