ສປຊ ຊົມເຊຍ ລີບີ ປະຕິບັດສຳເລັດ ບັນດາກົດໝາຍວ່າດ້ວຍ ການເລືອກຕັ້ງ

ສປຊ ຊົມເຊຍ ລີບີ ປະຕິບັດສຳເລັດ ບັນດາກົດໝາຍວ່າດ້ວຍ ການເລືອກຕັ້ງ - ảnh 1
( ພາບປະກອບ )

( vovworld ) - ຕາມຄະນະ​ທູດການ​ເມືອງ​ຂອງ​ສະຫະ​ປະຊາ​ຊາດ​ປະຈຳ ລີ​ບີ ​ແລ້ວ, ອຳນາດ​ການ​ປົກຄອງ​ຊົ່ວຄາວ​ຂອງ​ປະ​ເທດ​ນີ້​ໄດ້​ປະຕິບັດສຳ​ເລັດ​ບັນດາ​ກົດໝາຍວ່າ​ດ້ວຍການເລືອກ​ຕັ້ງ​ສະບັບໃໝ່ ​ແລະ ສິ່ງດັ່ງກ່າວຈະ​ນຳ​ປະ​ເທດ ອາ​ຟລິ​ກາ​ເໜືືອນີ້​ຍັບ​ມໍ່​ເຂົ້າກັນປະ​​ໄຕ​ກວ່າ. ບັນດາ​ກົດໝາຍສະບັບ​ໃໝ່​ໄດ້​ວາງ​ອອກ​ວິທີ​ການຈັດ​ຕັ້ງ​​ການ​ເລືອກ​ຕັ້ງ​ໃນ​ທ້າຍ​ປີ​ນີ້​ຢ່າງ ລະອຽດ, ​ເຊິ່ງລວມມີ​ເລື່ອງ​ສ້າງ​ຕັ້ງ​ສະພາ​ແຫ່ງ​ຊາດ ​ແລະ ອົງການນີ້​ຈະຮັບຜິດຊອບຮຽບຮຽງ​ລັດຖະທຳ​ມະນູນ​ສະບັບໃໝ່.

        ​ໃນ​ຂະ​ນະ​ນັ້ນ, ຄະນະ​ຜູ້​ແທນ​ຂອງ​ສະຫະ​ປະຊາ​ຊາດ​ປະຈຳ ລີ​ບີ, ທ່ານ Ian Martin ​ໄດ້​ໄປ​ຢ້ຽມຢາມ​ນະຄອນ​ຢູ່​ເຂດແຄມ​ທະ​ເລ Sirte, ​​​ເຊິ່ງ​ແມ່ນ​ໜື່ງ​ໃນບັນດາ​ທ້ອງ​ຖີ່ນຖືກ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດການປະ​ທະ​ກັນ​​ເຊິ່ງເກີດ​ຂື້ນ​ໃນ​ປີ 2011. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບບັນດາ​ການ​ນຳ​ທ້ອງ​ຖີ່​ນ, ທ່ານ Martin ຖະ​ແຫຼ​ງ ວ່າ ສະຫະ​ປະຊາ​ຊາດ ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ຊ່ວຍກໍ່ສ້າງ ​ແລະ ຟື້ນ​ຟູ​ນະຄອນ​ນີ້ຄືນ​ໃໝ່.

ຂ່າວ/ບົດ​ອື່ນ