ສ​ປ​ຊ ດຳ​ເນີນ​ການ​ຍົກ​ຍ້າຍ​ສາ​ມັນ​ຊົນ​ຄັ້ງ​ທີ 3 ຢູ່​ຢູ​ແກຼນ

(VOVWORLD) -ວັນທີ 5 ພຶດສະພາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃຫ້ຮູ້ວ່າ ສປຊ ພວມດຳເນີນການຍົກຍ້າຍສາມັນຊົນຄັ້ງທີ 3 ຢູ່ ຢູແກູນ ແລະ ລາຍລະອຽດທີ່ກ່ຽວຂ້ອງ ຈະໄດ້ປະກາດພາຍຫຼັງປະຕິບັດສຳເລັດ.
ສ​ປ​ຊ ດຳ​ເນີນ​ການ​ຍົກ​ຍ້າຍ​ສາ​ມັນ​ຊົນ​ຄັ້ງ​ທີ 3 ຢູ່​ຢູ​ແກຼນ - ảnh 1ຍົກຍ້າຍ ປະຊາຊົນຢູແກຼນ ອອກຈາກເຂດສູ້ຮົບ (ພາບ:  AFP/TTXVN)

ກ່າວຄຳເຫັນຕໍ່ສະພາຄວາມໝັ້ນຄົງ ສປຊ, ທ່ານ Antonio Guterres ໃຫ້ຮູ້ວ່າ ສປຊ ໄດ້ສົມທົບກັບຄະນະກຳມະການສະພາກາແດງສາກົນ ປະຕິບັດສຳເລັດການຍົກຍ້າຍປະຊາຊົນ 2 ຄັ້ງກ່ອນນັ້ນ, ຄັ້ງທຳອິດແມ່ນໃນວັນທີ 3 ພຶດສະພາ ເຊິ່ງໄດ້ຍົກຍ້າຍສາມັນຊົນ 101 ຄົນ ອອກຈາກໂຮງງານເຫຼັກກ້າ Azovstal ຢູ່ນະຄອນທ່າກຳປັ່ນ Mariupol ແລະ ຄັ້ງທີ 2 ແມ່ນໃນວັນທີ 4 ພຶດສະພາ ເຊິ່ງໄດ້ຍົກຍ້າຍສາມັນຊົນ 320 ຄົນ ອອກຈາກນະຄອນ Mariupol ແລະ ເຂດອ້ອມຂ້າງ.    

ທ່ານ Guterres ສະແດງຄວາມຫວັງວ່າ ພາຍຫຼັງການພົບປະລະຫວ່າງທ່ານປະທານາທິບໍດີ ລັດເຊຍ Putin ແລະ ທ່ານປະທານາທິບໍດີ ຢູແກຼນ Zelensky, ອຳນາດການປົກຄອງສອງປະເທດຈະສືບຕໍ່ຮ່ວມມືກັນ ແລະ ໜູນຊ່ວຍເພື່ອໃຫ້ ສປຊ ຍົກຍ້າຍປະຊາຊົນຫຼາຍຄົນອອກຈາກເຂດສູ້ຮົບອັນຕະລາຍຕື່ມອີກ ກໍ່ຄືສະໜອງເຄື່ອງຊ່ວຍເຫຼືອໃຫ້ແກ່ ປະຊາຊົນທີ່ພວມມີຄວາມຕ້ອງການຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ