ສ​ປ​ຊ ປາດ​ຖະ​ໜາ​ ຫວຽດ​ນາມ ຈະສືບ​ຕໍ່​ປະ​ກອບ​ສ່ວນ​ເພື່ອ​ແກ້​ໄຂວິ​ກິດ​ການ​ຢູ່ ມຽນ​ມາ

(VOVWORLD) - ວັນທີ 05 ມິຖຸນາ, ຢູ່ນິວຢອກ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ດັ້ງຮວ່າງຢາງ ໄດ້ໃຫ້ການຕ້ອນຮັບທ່ານນາງ Julie Bishop, ທູດພິເສດຂອງທ່ານເລຂາທິການໃຫຍ່ ສປຊ ມາແລກປ່ຽນກ່ຽວກັບສະພາກບານຢູ່ ມຽນມາ ຢູ່ສຳນັກງານຫ້ອງການຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຕັ້ງຢູ່ນິວຢອກ, ອາເມລິກາ ເນື່ອງໃນໂອກາດທ່ານນາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນິວຢອກ.
ສ​ປ​ຊ ປາດ​ຖະ​ໜາ​ ຫວຽດ​ນາມ ຈະສືບ​ຕໍ່​ປະ​ກອບ​ສ່ວນ​ເພື່ອ​ແກ້​ໄຂວິ​ກິດ​ການ​ຢູ່ ມຽນ​ມາ - ảnh 1ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ດັ້ງຮວ່າງຢາງ ຕ້ອນຮັບທ່ານນາງ Julie Bishop, ທູດພິເສດຂອງທ່ານເລຂາທິການໃຫຍ່ ສປຊ (ພາບ: VOV)

ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ ປາດຖະໜາວ່າ ສປຊ ແລະ ທ່ານນາງ Julie Bishop ຈະສືບຕໍ່ສົມທົບກັບ ອາຊຽນ ແລະ ທູດພິເສດຂອງປະທານ ອາຊຽນ ກ່ຽວກັບ ມຽນມາ ຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກວ່າອີກ ບົນພື້ນຖານຫຼັກການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນ, ສອດຄ່ອງກັບເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ມຽນມາ. ທ່ານນາງ Julie Bishop ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອປະກອບສ່ວນນຳມາເຊິ່ງສັນຕິພາບ ແລະ ສະຖຽນລະພາບໃຫ້ແກ່ ມຽນມາ; ພ້ອມທັງເນັ້ນໜັກວ່າ ສປຊ ສະໜັບສະໜູນບົດບາດນຳພາຂອງ ອາຊຽນ ໃນວິວັດທະນາການນີ້. ທ່ານນາງ ກໍຕີລາຄາສູງທີ່ຕັ້ງ ແລະ ບົດບາດຂອງ ຫວຽດນາມ ໃນ ສປຊ ແລະ ໃນອາຊຽນ ເວົ້າລວມ, ກໍຄືວິທີການສຳຜັດຢ່າງມີລັກສະນະສ້າງສັນສຳລັບບັນຫາ ມຽນມາ ເວົ້າສະເພາະ.


ຕອບກັບ

ຂ່າວ/ບົດ​ອື່ນ