ສປຊ ມີຄວາມປະເອີບໃຈຕໍ່ຄວາມອາດສາມາດຕໍ່ກຳນົດເວລາໃຫ້ຂໍ້ຕົກລົງສົ່ງອອກທັນຍາຫານຜ່ານທະເລດຳ

(VOVWORLD) - ຄວນຕໍ່ກຳນົດເວລາຕື່ມອີກ 1 ປີໃຫ້ແກ່ຂໍ້ຕົກລົງສົ່ງອອກທັນຍາຫານ ແລະ ການຂົນສົ່ງຝຸ່ນຜ່ານທະເລດຳທີ່ຈະໝົດກຳນົດເວລາໃນວັນທີ 22 ພະຈິກ.
ສປຊ ມີຄວາມປະເອີບໃຈຕໍ່ຄວາມອາດສາມາດຕໍ່ກຳນົດເວລາໃຫ້ຂໍ້ຕົກລົງສົ່ງອອກທັນຍາຫານຜ່ານທະເລດຳ - ảnh 1ກ່ຳປັ່ນຂົນສົ່ງທັນຍາຫານຂອງ ຢູແກຼນ ຜ່ານຊ່ອງທະເລ Bosphorus ຢູ່ Istanbul, ປະເທດ ຕວກກີ
(ພາບ: AFP/ TTXVN)

ວັນທີ 10 ຕຸລາ, ທ່ານ Martin Griffiths, ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນດາບັນຫາມະນຸດສະທຳ ທັງເປັນຜູ້ປະສານງານ ໜູນຊ່ວຍຮີບດ່ວນ ຖືວ່າ: ຄວນຕໍ່ກຳນົດເວລາຕື່ມອີກ 1 ປີໃຫ້ແກ່ຂໍ້ຕົກລົງສົ່ງອອກທັນຍາຫານ ແລະ ການຂົນສົ່ງຝຸ່ນຜ່ານທະເລດຳທີ່ຈະໝົດກຳນົດເວລາໃນວັນທີ 22 ພະຈິກ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ເຊີແນວ (ປະເທດສະວິດ) ທ່ານ Griffiths ຢັ້ງຢືນວ່າການບຸລິມະສິດຕົ້ນຕໍໃນປະຈຸບັນແມ່ນການແຈກຢາຍ amoniac, ເຊິ່ງແມ່ນສ່ວນໜຶ່ງຂອງຝຸ່ນ nitrat ອອກສູ່ໂລກ. ຮັບປະກັນການເຄື່ອນໄຫວຂົນສົ່ງຝຸ່ນຜ່ານທະເລດຳ ຈະຊ່ວຍໃຫ້ຊາວກະສິກຳຮູ້ວ່າ: ຈະຄວນປູກຕົ້ນໄມ້ເພື່ອເກັບກ່ຽວໃນລະດູຕໍ່ໄປຫຼືບໍ່. ທ່ານກໍ່ສະແດງຄວາມປະເອີບໃຈວ່າ ຂໍ້ຕົກລົງນີ້ຈະໄດ້ຕໍ່ກຳນົດເວລາ, ພ້ອມທັງໃຫ້ຮູ້ວ່າ: ບັນດາເຈົ້າໜ້າທີ່ ສປຊ ພວມມານະພະຍາຍາມຕໍ່ກຳນົດເວລາ ແລະ ເປີດກ້ວາງຂໍ້ຕົກລົງ, ເພື່ອເພີ່ມປະລິມານຝຸ່ນ ແລະ ສະມັດຕະພາບການຂົນສົ່ງ. ຄາດວ່າ, ທ່ານ Griffiths ແລະ ທ່ານນາງ Rebeca Grynspan, ເລຂາທິການໃຫຍ່ ກອງປະຊຸມ ສປຊ ກ່ຽວກັບດ້ານການຄ້າ ແລະ ການພັດທະນາ (UNCTAD) ຈະເດີນທາງໄປ ລັດເຊຍ ເພື່ອປຶກສາຫາລືກ່ຽວກັບບັນຫາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ