ສ​ປ​ຊ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ລະ​ຫວ່າງ Israel ແລະ Palestine

(VOVWORLD) - ທ່ານນາງ Ravina Shamdasani, ໂຄສົກຂ້າຫຼວງໃຫ່ຍດ້ານສິດທິມະນຸດຂອງ ສປຊ (UNHCR) ໄດ້ເນັ້ນໜັກວ່າ ຕ້ອງດຳເນີນການສືບສວນ ຢ່າງເປັນເອກະລາດ, ສະເໝີພາບ.
ສ​ປ​ຊ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ສະ​ພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ລະ​ຫວ່າງ Israel ແລະ Palestine - ảnh 1

 ຕຳຫຼວດ Israel ລາດຕາເວັນຢູ່ເຂດວິຫານ Al-Aqsa ຢູ່ Jerusalem ເມື່ອ 17/4/2022 (ພາບ THX/TTXVN: )

 ສປຊ ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງລະຫວ່າງ Israel ແລະ Palestine, ໃນສະພາບການທີ່ການປະທະກັນຄັ້ງຕ່າງໆລະຫວ່າງສອງຝ່າຍ ສືບຕໍ່ເກີດຂຶ້ນຢູ່ເຂດວິຫານ Al-Aqsa ຢູ່ Jerusalem ໃນວັນທີ 22 ເມສາ. ໃນຖະແຫຼງການສະບັບໜຶ່ງ, ທ່ານນາງ Ravina Shamdasani, ໂຄສົກຂ້າຫຼວງໃຫ່ຍດ້ານສິດທິມະນຸດຂອງ ສປຊ (UNHCR) ໄດ້ເນັ້ນໜັກວ່າ ຕ້ອງດຳເນີນການສືບສວນ ຢ່າງເປັນເອກະລາດ, ສະເໝີພາບ ແລະ ເປີດເຜີຍທຸກການກະທຳນຳໃຊ້ກຳລັງປະກອບອາວຸດທີ່ພາໃຫ້ເກີດບາດເຈັບລົ້ມຕາຍ .

ຕອບກັບ

ຂ່າວ/ບົດ​ອື່ນ