ສປຊ ວິຕົກວັງວົນຕໍ່ການປະຕິບັດຂໍ້ລິເລີ່ມທັນຍາຫານທະເລດຳ

(VOVWORLD) - ຕາມທ່ານ Stephane Dujarric ແລ້ວ, ສປຊ ພວມຮ່ວມມືຢ່າງແໜ້ນແຟ້ນ ແລະ ເປັນປະຈຳກັບ ຕວກກີ ເພື່ອຮັບປະກັນການຮັກສາປະຕິບັດຂ້ໍ້ຕົກລົງສຳຄັນນີ້.
ສປຊ ວິຕົກວັງວົນຕໍ່ການປະຕິບັດຂໍ້ລິເລີ່ມທັນຍາຫານທະເລດຳ - ảnh 1ກ່ຳປັ່ນຂົນສົ່ງທັນຍາຫານຢູ່ທະເລ Bosphorus ປະເທດ ຕວກກີ
(ພາບ: AFP/TTXVN)

ວັນທີ 14 ເມສາ, ທ່ານ Stephane Dujarric, ໂຄສົກຂອງເລຂາທິການໃຫຍ່ ສປຊ Antonio Guterres, ໃຫ້ຮູ້ວ່າ:  ເລຂາທິການໃຫຍ່ ສປຊ ໄດ້ສົ່ງຈົດໝາຍເຖິງລັດເຊຍ, ຢູແກຼນ ແລະ ຕວກກີ ເພື່ອສະແດງຄວາມວິຕົກວັງວົນຕໍ່ການປະຕິບັດຂໍ້ລິເລີ່ມທັນຍາຫານທະເລດຳ. 

        ຕາມທ່ານ Stephane Dujarric ແລ້ວ, ສປຊ ພວມຮ່ວມມືຢ່າງແໜ້ນແຟ້ນ ແລະ ເປັນປະຈຳກັບ ຕວກກີ ເພື່ອຮັບປະກັນການຮັກສາປະຕິບັດຂ້ໍ້ຕົກລົງສຳຄັນນີ້. ທ່ານກໍ່ໃຫ້ຮູ້ຕື່ມອີກວ່າ, ໃນວັນທີ 11 ເມສາ, ບໍ່ມີກ່ຳປັ່ນຂົນສົ່ງທັນຍາຫານລຳໃດໄດ້ດຳເນີນຂັ້ນຕອນກວດກາກ່ອນທີ່ໄປຮອດ ຢູແກຼນ, ຍ້ອນບັນດາຝ່າຍຕ້ອງມີເວລາຕື່ມອີກ ເພື່ອບັນລຸໄດ້ຄວາມເຫັນດີກ່ຽວກັບບັນຊີລາຍຊື່ບັນດາກ່ຳປັ່ນໄດ້ຮັບບຸລິມະສິດເຄື່ອນໄຫວ. ເຖິງວ່າການກວດການີ້ໄດ້ເຊື່ອມຕໍ່ຄືນໃໝ່ໃນມື້ຕໍ່ໄປກໍ່ຕາມ, ແຕ່ປະຈຸບັນຍັງມີກ່ຳປັ່ນນັບສິບລຳພວມລຽນແຖວລໍຖ້າຮອດຜຽນຂອງຕົນ. ນອກຈາກນັ້ນແລ້ວ, ບັນດາຝ່າຍຍັງບໍ່ທັນເຫັນດີເປັນເອກະພາບກ່ຽວກັບບັນຊີລາຍຊື່ບັນດາກ່ຳປັ່ນໄດ້ຮັບບຸລິມະສິດຈົດທະບຽນ ແລະ ກວດກາ ໃນຊຸມວັນຕໍ່ໄປ.

        ຕາມຂໍ້ກຳນົດໃນຂໍ້ລິເລີ່ມທັນຍາຫານທະເລດຳລະຫວ່າງລັດເຊຍ ແລະ ຢູແກຼນ ເມື່ອເດືອນ ກໍລະກົດ ປີກາຍ ພາຍໃຕ້ການເປັນກາງຂອງ ສປຊ ແລະ ຕວກກີ, ກ່ຳປັ່ນສົ່ງອອກທັນຍາຫານທຸກລຳຕາມຂໍ້ຕົກລົງນີ້ລ້ວນແຕ່ຕ້ອງໄດ້ຮັບກວດກາຈາກວົງການເຈົ້າໜ້າທີ່ຈາກ 4 ຝ່າຍ, ກ່ອນ ແລະ ພາຍຫຼັງທີ່ເດີນທາງໄປຮອດ ຢູແກຼນ.

        ລັດເຊຍ ໄດ້ຮັກສາຫຼັກໝັ້ນຈະບໍ່ເຈລະຈາຕໍ່ກຳນົດເວລາຂໍ້ຕົກລົງທັນຍາຫານນີ້ພາຍຫຼັງວັນທີ 18 ພຶດສະພາ, ຖ້າບໍ່ມີຄວາມຄືບໜ້າໃນການແກ້ໄຂບັນດາບັນຫາມີລັກສະນະລະບົບ ທີ່ກ່ຽວຂ້ອງເຖິງການເຊື່ອມຕໍ່ການຊຳລະ, ແຫຼ່ງສະໜອງເຄື່ອງຈັກ ແລະ ປະກັນໄພ.

ຕອບກັບ

ຂ່າວ/ບົດ​ອື່ນ