ສປຊ ສະແດງຄວາມວິຕົກວັງວົນກ່ຽວກັບຄຳສັ່ງຫ້າມໃໝ່ຂອງ ຕາລີບານ ສຳລັບ ແມ່ຍິງ

(VOVWORLD) - ຜູ້ນຳ ສປຊໄດ້ສະແດງຄວາມວິຕົກວັງວົນຢ່າງເລິກເຊິ່ງກ່ຽວກັບຄຳສັ່ງຫ້າມຂອງອຳນາດການປົກຄອງ ຕາລີບານ ຢູ່ ອາບການິດສະຖານ, ຕາມນັ້ນໄດ້ຫ້າມແມ່ຍິງເຮັດວຽກໃຫ້ອົງການບໍ່ຂຶ້ນກັບລັດຖະບານ (NGO) ຢູ່ພາຍໃນປະເທດ ແລະ ສາກົນ.
ສປຊ ສະແດງຄວາມວິຕົກວັງວົນກ່ຽວກັບຄຳສັ່ງຫ້າມໃໝ່ຂອງ ຕາລີບານ ສຳລັບ ແມ່ຍິງ - ảnh 1ແມ່ຍິງໃນຖະໜົນ Badghis, Afghanistan
(ພາບ: AFP/TTXVN)

ວັນທີ 24 ທັນວາ, ທ່ານ Stephane Dujarric, ໂຄສົກຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃຫ້ຮູ້ວ່າ: ຜູ້ນຳ ສປຊໄດ້ສະແດງຄວາມວິຕົກວັງວົນຢ່າງເລິກເຊິ່ງກ່ຽວກັບຄຳສັ່ງຫ້າມຂອງອຳນາດການປົກຄອງ ຕາລີບານ ຢູ່ ອາບການິດສະຖານ, ຕາມນັ້ນໄດ້ຫ້າມແມ່ຍິງເຮັດວຽກໃຫ້ອົງການບໍ່ຂຶ້ນກັບລັດຖະບານ (NGO) ຢູ່ພາຍໃນປະເທດ ແລະ ສາກົນ.

        ຕາມທ່ານໂຄສົກ Stephane Dujarric ແລ້ວ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຢັ້ງຢືນຄືນໃໝ່ວ່າ: ແມ່ຍິງທຸກໆຄົນລ້ວນແຕ່ມີສິດເຂົ້າຮ່ວມກຳລັງແຮງງານ, ປະກອບສ່ວນນຳມາເຊິ່ງບັນດາຜົນປະໂຫຍດທີ່ດີງາມກ່ວາ. ຄຳຕັດສິນຂອງອຳນາດການປົກຄອງ ຕາລີບານ ຈະເຮັດໃຫ້ການເຄື່ອນໄຫວ ຂອງຫຼາຍອົງການໃນທົ່ວປະເທດ ອາບການິດສະຖານ ໃນການຊ່ວຍເຫຼືອບັນດາຜູ້ມີຄວາມສ່ຽງສູງກ່ວາໝູ່, ພິເສດແມ່ນແມ່ຍິງ ແລະ ເດັກຍິງ ຖືກອ່ອນແອລົງ. ຖະແຫຼງການຂອງທ່ານເລຂາທິການໃຫຍ່ ສປຊ ເນັ້ນໜັກຄຳສັ່ງຫ້າມແມ່ຍິງ ເຮັດວຽກກັບປະຊາຄົມສາກົນ, ເຊິ່ງພະຍາຍາມປົກປ້ອງຊີວິດອິນຊີ, ຮັບປະກັນການລ້ຽງຊີບໃຫ້ແກ່ທຸກຄົນຢູ່ ອາບການິດສະຖານ, ໄດ້ກໍ່ຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ