ສ​ປ​ຊ ຮຽກ​ຮ້ອງ​​ການລົງ​ທຶນ​ຂະ​ໜາດ​ໃຫຍ່​ໃຫ້​ແກ່​ພະ​ລັງ​ງານ​ສະ​ອາດ​ຢູ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ

(VOVWORLD) - ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃຫ້ຮູ້ວ່າໂລກຂະບໍ່ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການດ້ານພະລັງງານ ແລະ ບໍ່ສາມາດປົກປ້ອງໜ່ວຍໂລກ ແລະ ອະນາຄົດໄດ້ ຖ້າຫາກວ່າ ພາກເອກະຊົນບໍ່ລົງທຶນດ້ວຍຂອບຂະໜາດໃຫຍ່ໃຫ້ແກ່ພະລັງງານທົດແທນຢູ່ບັນດາປະເທດພວມພັດທະນາ.
ສ​ປ​ຊ ຮຽກ​ຮ້ອງ​​ການລົງ​ທຶນ​ຂະ​ໜາດ​ໃຫຍ່​ໃຫ້​ແກ່​ພະ​ລັງ​ງານ​ສະ​ອາດ​ຢູ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: AFP/TTXVN)

ວັນທີ 5 ກໍລະກົດ, ສປຊ ຮຽກຮ້ອງການລົງທຶນຂະໜາດໃຫຍ່ ໃຫ້ແກ່ພະລັງງານສະອາດຢູ່ບັນດາປະເທດພວມພັດທະນາ, ຖ້າບໍ່ລົງທຶນ ກໍ່ຍາກທີ່ຈະບັນລຸໄດ້ບັນດາເປົ້າໝາຍກ່ຽວກັບການຮັບມືກັບດິນຟ້າອາກາດໃນປີ 2030. ຕາມກອງປະຊຸມ ສປຊ ກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD) ແລ້ວ, ບັນດາປະເທດພວມພັດທະນາຕ້ອງການບ້ວງເງິນລົງທຶນໃຫ້ແກ່ພະລັງງານທົດແທດທີ່ມີມູນຄ່າປະມານ 1.700 ຕື້ USD ຕໍ່ປີ ແຕ່ດຶງດູດໄດ້ເງິນລົງທຶນໂດຍກົງຈາກຕ່າງປະເທດ ໃຫ້ແກ່ພະລັງງານສະອາດໃນປີ 2022ໄດ້ພຽງແຕ່ປະມານ 544 ຕື້ USD ເທົ່ານັ້ນ. ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃຫ້ຮູ້ວ່າໂລກຂະບໍ່ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການດ້ານພະລັງງານ ແລະ ບໍ່ສາມາດປົກປ້ອງໜ່ວຍໂລກ ແລະ ອະນາຄົດໄດ້ ຖ້າຫາກວ່າ ພາກເອກະຊົນບໍ່ລົງທຶນດ້ວຍຂອບຂະໜາດໃຫຍ່ໃຫ້ແກ່ພະລັງງານທົດແທນຢູ່ບັນດາປະເທດພວມພັດທະນາ. ທ່ານໃຫ້ຮູ້ວ່າ ໂລກພວມມີການກະທຳທີ່ຊ້າລົງຢ່າງໜ້ອຍສຸດແມ່ນ 10 ປີໃນບັນດາຄວາມມານະພະຍາຍາມເພື່ອແນໃສ່ຫລຸດຜ່ອນສະພາບການໜ່ວຍໂລກອຸ່ນຂຶ້ນ. ດັ່ງນັ້ນ, ການລົງທຶນໃຫ້ແກ່ພະລັງງານທົດແທນຢູ່ບັນດາປະເທດພວມພັດທະນາແມ່ນວຽກງານຈຳເປັນ ແລະ ແມ່ນວິທີປະຢັດທີ່ສຸດເພື່ອເພີ່ມທະວີພະລັງງານ.

ຕອບກັບ

ຂ່າວ/ບົດ​ອື່ນ