ສປຊ ຮຽກຮ້ອງຄວາມສະເໝີພາບລະຫວ່າງຍິງ - ຊາຍໃນຂົງເຂດວິທະຍາສາດ

(VOVWORLD) - ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນຂົງເຂດວິທະຍາສາດ ແມ່ນບັນຫາຫຼັກແຫຼ່ງເພື່ອສ້າງອະນາຄົດທີ່ດີງາມກ່ວາໃຫ້ແກ່ທຸກໆຄົນ.

ວັນທີ 11 ກຸມພາ, ເນື່ອງໃນໂອກາດວັນແມ່ຍິງ ແລະ ເດັກຍິງສາກົນ ໃນຂົງເຂດວິທະຍາສາດ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສົ່ງສານ, ເນັ້ນໜັກເຖິງຄວາມສຳຄັນຂອງຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນຂົງເຂດນີ້.

        ການນຳອົງການຫຼາຍຝ່າຍໃຫຍ່ສຸດໃນໂລກຖືວ່າ: ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໃນຂົງເຂດວິທະຍາສາດ ແມ່ນບັນຫາຫຼັກແຫຼ່ງເພື່ອສ້າງອະນາຄົດທີ່ດີງາມກ່ວາໃຫ້ແກ່ທຸກໆຄົນ. ຕາມທ່ານແລ້ວ, ເຖິງວ່າ ມີບົດບາດສຳຄັນໃນຂົງເຂດວິທະຍາສາດ, ແຕ່ແມ່ຍິງ ແລະ ເດັກຍິງຕ້ອງປະເຊີນໜ້າກັບຫຼາຍຮົ້ວກີດຂວາງ ແລະ ຄວາມຄິດຕາຍຕົວມີລັກສະນະເປັນລະບົບໃນການເຮັດວຽກ. ທ່ານເລຂາທິການໃຫຍ່ ສປຊ ໄດ້ຍົກໃຫ້ເຫັນຄວາມຜິດດ່ຽງຢ່າງຈະແຈ້ງໃນປະຊາຄົມນັກວິທະຍາສາດ, ເມື່ອປະຈຸບັນ, ແມ່ຍິງກວມເອົາພຽງປະມານ 30% ຈຳນວນນັກວິທະຍາສາດໃນທົ່ວໂລກເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ