ສ​ປ​ຊ ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ຂອງ ອີ​ຣານ

(VOVWORLD) -ເຂົ້າຮ່ວມຮອບເຈລະຈາມີບັນດາຄະນະຜູ້ແທນຈາກ ອັງກິດ, ຈີນ, ຝະລັ່ງ, ເຢຍລະມັນ ແລະ ລັດເຊຍ, ໃນຂະນະທີ່ຄະນະຜູ້ແທນອາເມລິກາ ເຂົ້າຮ່ວມໂດຍທາງອ້ອມ ຜ່ານການເປັນກາງຂອງ ອີຢູ.
ສ​ປ​ຊ ຮຽກ​ຮ້ອງ​ບັນ​ດາ​ຝ່າຍ​ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ຂອງ ອີ​ຣານ - ảnh 1

 ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ແລະ ໂຄສົກ ສປຊ Stephane Dujarric (ຊ້າຍ) ທີ່ການປະຊຸມຂ່າວຢູ່ນິວຢອກ (ພາບ: AFP/TTXVN)

   ວັນທີ 3 ທັນວາ, ສປຊ ໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ເຂົ້າຮ່ວມການເຈລະຈາຟື້ນຟູຂໍ້ຕົກລົງນິວເຄຼຍຂອງ ອີຣານ ຈົ່ງເພີ່ມທະວີຄວາມມານະພະຍາຍາມ ເພື່ອແນໃສ່ປະຕິບັດຄືນໃໝ່ ຂໍ້ຕົກລົງທີມີຊື່ທາງການວ່າ ແຜນການດຳເນີນງານລວມຮອບດ້ານ (JCPOA).  ກ່່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Stephane Dujarric ໂຄສົກ ສປຊ ເນັ້ນໜັກວ່າ ສປຊ ສົ່ງເສີມທຸກຝ່າຍທີ່ກ່ຽວຂ້ອງ ມີຄວາມມານະພະຍາຍາມທົບສອງເທົ່າ ເພື່ອພ້ອມກັນມຸ່ງໄປເຖິງການປະຕິບັດຂໍ້ຕົກລົງນີ້ຄືນໃໝ່.

  ສປຊ ໄດ້ຍົກອອກຄຳຮຽກຮ້ອງນີ້ ໃນສະພາບການທີ່ບັນດາການເຈລະຈາຄັ້ງໃໝ່ຢູ່ວຽນ ປະເທດໂອຕາລິດ ກ່ຽວກັບການຟື້ນຟູ JCPOA ຊື່ງໄດ້ຈັດຂຶ້ນໃນຕົ້ນອາທິດນີ້-ພາຍຫຼັງຖືກຕັດຕອນມາແຕ່ເດືອນມິຖຸນາທີ່ຜ່ານມາ-ໄດ້ຢຸດຕິໂດຍຊົ່ວຄາວໃນວັນທີ 3 ທັນວາ ແລະ ຄາດວ່າ ຈະໄດ້ເຊື່ອມຕໍ່ໃນກາງອາທິດໜ້າ. ເຂົ້າຮ່ວມຮອບເຈລະຈາມີບັນດາຄະນະຜູ້ແທນຈາກ ອັງກິດ, ຈີນ, ຝະລັ່ງ, ເຢຍລະມັນ ແລະ ລັດເຊຍ, ໃນຂະນະທີ່ຄະນະຜູ້ແທນອາເມລິກາ ເຂົ້າຮ່ວມໂດຍທາງອ້ອມ ຜ່ານການເປັນກາງຂອງ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ