ສ​ປ​ຊ ຮຽ​ກ​ຮ້ອງ​ສືບ​ຕໍ່​ປ່ອຍ ​ທັນ​ຍາ​ຫານ​ຢູ່ ​ສາງ​ບັນ​ຈຸຂອງຢູ​ແກຼນ

(VOVWORLD) -ຕາມທ່ານ Amir Abdulla ແລ້ວ, ຂໍ້ລິເລີ່ມດັ່ງກ່າວໄດ້ຊ່ວຍໃຫ້ສາງບັນຈຸທັນຍາຫານ ຂອງ ຢູແກຼນ ມີບ່ອນບັນຈຸ ທັນຍາຫານທີ່ເກັບກູ້ໃນລະດູການຕໍ່ໄປ, ແຕ່ຈຳນວນທີ່ຄ້າງໃນສາງ ຕ້ອງໄດ້ປ່ອຍອອກໄປຫຼາຍກ່ວາອີກເພື່ອຮັບໃຊ້ໃຫ້ແກ່ລະດູການໃໝ່.
ສ​ປ​ຊ ຮຽ​ກ​ຮ້ອງ​ສືບ​ຕໍ່​ປ່ອຍ ​ທັນ​ຍາ​ຫານ​ຢູ່ ​ສາງ​ບັນ​ຈຸຂອງຢູ​ແກຼນ - ảnh 1ການເກັບກ່ຽວເຂົ້າບະເລ (ພາບ: AFP/TTXVN)

ວັນທີ 27 ສິງຫາ, ທ່ານ Amir Abdulla ຜູ້ປະສານງານຂອງ ສປຊ ຮັບຜິດຊອບກ່ຽວກັບຂໍ້ລິເລີ່ມດ້ານທັນຍາຫານທະເລດຳໃຫ້ຮູ້ວ່າ ມີທັນຍາຫານນັບລ້ານໂຕນ ຍັງຄ້າງຢູ່ໃນສາງ ຢູແກຼນຕ້ອງໄດ້ປ່ອຍອອກ ເພື່ອມີບ່ອນບັນຈຸທັນຍາຫານທີ່ເກັບກູ້ໃນລະດູການຕໍ່ໄປ. ຕາມທ່ານ Amir Abdulla ແລ້ວ, ຂໍ້ລິເລີ່ມດັ່ງກ່າວໄດ້ຊ່ວຍໃຫ້ສາງບັນຈຸທັນຍາຫານ ຂອງ ຢູແກຼນ ມີບ່ອນບັນຈຸ ທັນຍາຫານທີ່ເກັບກູ້ໃນລະດູການຕໍ່ໄປ, ແຕ່ຈຳນວນທີ່ຄ້າງໃນສາງ ຕ້ອງໄດ້ປ່ອຍອອກໄປຫຼາຍກ່ວາອີກເພື່ອຮັບໃຊ້ໃຫ້ແກ່ລະດູການໃໝ່.

ລັດເຊຍ ແລະ ຢູແກຼນ ແມ່ນ 2 ປະເທດມີການສົ່ງອອກຜະລິດຕະພັນກະເສດຫຼາຍທີ່ສຸດໃນໂລກ. ເກີດການປະທະກັນມາແຕ່ທ້າຍເດືອນກຸມພາ ປີນີ້ ເຮັດໃຫ້ລະດູການໄດ້ຮັບຜົນເສຍຫາຍ, ທ່າກ່ຳປັນຖືກປິດລ້ອມ ແລະ ການເຄື່ອນໄຫວສົ່ງອອກເຂົ້າບະເລ ຂອງຢູແກຼນ ຖືກຂາດວັກຂາດຕອນການຢ່າງຮ້າຍແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ