ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ປະ​ກອບ​ສ່ວນ​ຫຼາຍ​ກ່​ວາ​ອີກ ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ

(VOVWORLD) -ຕາມທ່ານເລຂາທິການໃຫຍ່ ສປຊ ແລ້ວ, ບັນດາກົນໄກດ້ານການເງິນສາກົນ ແລະ ບັນດາທະນາຄານພັດທະນາຫຼາຍຝ່າຍຕ້ອງດັດປັບບັນຊີລາຍຊື່ລົງທຶນທີ່ເໝາະສົມກັບການອະນຸລັກຮັກສາ ແລະ ພັດທະນາຊີວະນາໆພັນແບບຍືນຍົງ.
ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ປະ​ກອບ​ສ່ວນ​ຫຼາຍ​ກ່​ວາ​ອີກ ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກ່າວຄຳເຫັນທີ່ກອງປະຊຸມ (ພາບ: UN/ Evan Schneider)

ບັນດາປະເທດພັດທະນາຄວນໜູນຊ່ວຍດ້ານການເງິນ ຢ່າງແຮງໃຫ້ແກ່ບັນດາປະເທດຢູ່ຊີກໂລກໃຕ້. ວັນທີ 6 ທັນວາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຍົກອອກຄວາມຮຽກຮ້ອງດັ່ງກ່າວໃນບົດກ່າວປາໄສຢູ່ພິທີໄຂກອງປະຊຸມຄັ້ງທີ 15 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາ ສປຊ ກ່ຽວກັບຊີວະນາໆພັນ (COP15) ຢູ່ນະຄອນ Montreal (ການາດາ).

ຕາມທ່ານເລຂາທິການໃຫຍ່ ສປຊ ແລ້ວ, ບັນດາກົນໄກດ້ານການເງິນສາກົນ ແລະ ບັນດາທະນາຄານພັດທະນາຫຼາຍຝ່າຍຕ້ອງດັດປັບບັນຊີລາຍຊື່ລົງທຶນທີ່ເໝາະສົມກັບການອະນຸລັກຮັກສາ ແລະ ພັດທະນາຊີວະນາໆພັນແບບຍືນຍົງ. ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ປະຕິບັດບັນດາແຜນການແຫ່ງຊາດເພື່ອແນໃສ່ປ່ຽນແປງການໜູນຊ່ວຍ ແລະ ຍົກເວັ້ນຫຼຸດຜ່ອນພາສີສຳລັບບັນດາການເຄື່ອນໄຫວອາດຈະທຳລາຍທຳມະຊາດ, ກໍ່ຄືຮັບຮອງ ແລະ ປົກປ້ອງບັນດາສິດຂອງປະຊາຊົນ ແລະ ປະຊາຄົມຢູ່ທ້ອງຖິ່ນ. ບັນດາຂົງເຂດເອກະຊົນຄວນຮັບຮູ້ວ່າ ຜົນປະໂຫຍດ ແລະ ການປົກປ້ອງທຳມະຊາດຕ້ອງໄປຄຽງຄູ່ນຳກັນ.

ຕອບກັບ

ຂ່າວ/ບົດ​ອື່ນ