ສ​ປ​ຊ ເຈ​ລະ​ຈາ​ກັບ​ບັນ​ດາ​ຝ​່າຍ​ຢູ່ ລີ​ບີ, ຊຸກ​ຍູ້​ວິ​ວັດ​ການ​ເລືອກ​ຕັ້ງ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ລີບີ Aqila Saleh ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມວາລະປະຊຸມທາງການໃນວັນທີ 17  ມັງກອນຢູ່ນະຄອນ Tobruk.
 ສ​ປ​ຊ ເຈ​ລະ​ຈາ​ກັບ​ບັນ​ດາ​ຝ​່າຍ​ຢູ່ ລີ​ບີ, ຊຸກ​ຍູ້​ວິ​ວັດ​ການ​ເລືອກ​ຕັ້ງ - ảnh 1

 ວາລະປະຊຸມສະພາແຫ່ງຊາດລີບີ ຢູ່ Sirte, ເມື່ອ ວັນທີ  9/3/2021. (ພາບ: AFP/TTXVN)

   ວັນທີ 14 ມັງກອນ, ທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ປະກາດວ່າ ສປຊ ພວມຕັ້ງໜ້າເຮັດວຽກກັບບັນດາພັກຝ່າຍຢູ່ ລີບີ, ຜ່ານທີ່ປຶກສາພິເສດຂອງທ່ານ ປະຈຳ ລີບີ, ທ່ານ Stephanie Williams, ເພື່ອຈັດບັນດາການເລືອກຕັ້ງປະທານາທິບໍດີ ແລະ ສະມາຊິກສະພາແຫ່ງຊາດຢູ່ປະເທດນີ້ ຍິ່ງໄວກໍ່ຍິ່ງດີ. ທ່ານກໍ່ໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງການສ້າງບັນດາລະບອບລະບຽບການຖືກຕ້ອງຕາມກົດໝາຍຢູ່ປະເທດນີ້.

   ກ່ຽວຂ້ອງເຖິງກອງປະຊຸມສຳຄັນຂອງສະພາແຫ່ງຊາດລີບີ ໃນອາທິດໜ້າ, ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ລີບີ Aqila Saleh ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມວາລະປະຊຸມທາງການໃນວັນທີ 17

 ມັງກອນຢູ່ນະຄອນ Tobruk ນີ້ແມ່ນກອງປະຊຸມຄັ້ງທຳອິດ ໂດຍທ່ານ Saleh ເປັນປະທານ ນັບແຕ່ເມື່ອທ່ານລົງທະບຽນອອກສະໝັກເລືອກຕັ້ງປະທານາທິບໍດີ ໃນເດືອນກັນຍາປີ 2021. ປະຈຸບັນ, ມີສະມາຊິກສະພາແຫ່ງຊາດ 15 ທ່ານໄດ້ຮຽກຮ້ອງໃຫ້ນຳເອົາບັນຫາເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່ມາພິຈາລະນ ໃນວາລະປະຊຸມຄັ້ງທີ່ຈະມາເຖິງ ເພື່ອສ້າງຕັ້ງລັດຖະບານຊົ່ວຄາວ ທີ່ປົກຄອງຕາມວິທະຍາສາດເຕັກນິກ.

ຕອບກັບ

ຂ່າວ/ບົດ​ອື່ນ