ສ​ປ​ຊ ແລະ ປະ​ຊາ​ຄົມ​ສາ​ກົນ ມາ​​ນະພະ​ຍາ​ຍາມ ໜູນ​ຊ່ວຍ ຕວກ​ກີ ພາຍຫຼັງ​ເກີດແຜ່ນ​ດິນ​ໄຫວ

(VOVWORLD) -ປະຊາຄົມສາກົນ ໄດ້ສະແດງນ້ຳໃຈສາມັກຄີ ເມື່ອເຂົ້າຮ່ວມການຊ່ວຍເຫຼືອ ຕວັກກີ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ. ບັນດາອົງການຈັດຕັ້ງມະນຸດສະທຳ ກໍໄດ້ຜັນຂະຫຍາຍການເຄື່ອນໄຫວຊ່ວຍເຫຼືອຢູ່ເຂດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ.
ສ​ປ​ຊ ແລະ ປະ​ຊາ​ຄົມ​ສາ​ກົນ ມາ​​ນະພະ​ຍາ​ຍາມ ໜູນ​ຊ່ວຍ ຕວກ​ກີ ພາຍຫຼັງ​ເກີດແຜ່ນ​ດິນ​ໄຫວ - ảnh 1ທ່ານເລຂາທິການໃຫຍາ ສປຊ Antonio Guterres (ພາບ: AFP)

ວັນທີ 16 ກຸມພາ, ສປຊ ໄດ້ຮຽກຮ້ອງໃຫ້ຊ່ວຍເຫຼືອ ຕວກກີ ດ້ວວຈຳນວນເງິນ 1 ຕື້ USD ເພື່ອຊ່ວຍປະຊາຊົນ 5 ລ້ານຄົນທີ່ໄດ້ຮັບຜົນສະທ້ອນຈາການເກີດແຜ່ນດິນໄຫວທີ່ຮ້າຍແຮງໃນວັນທີ 6 ກຸມພາ ຢູ່ປະເທດນີ້. ປະຊາຄົມສາກົນ ໄດ້ສະແດງນ້ຳໃຈສາມັກຄີ ເມື່ອເຂົ້າຮ່ວມການຊ່ວຍເຫຼືອ ຕວັກກີ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ. ບັນດາອົງການຈັດຕັ້ງມະນຸດສະທຳ ກໍໄດ້ຜັນຂະຫຍາຍການເຄື່ອນໄຫວຊ່ວຍເຫຼືອຢູ່ເຂດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ.

        ວັນທີ 16 ກຸມພາ, ຄະນະກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ໄດ້ເຂົ້າຮ່ວມການຊ່ວຍເຫຼືອແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ແຂວງ Hatay, ຕວກກີ. ໄລ່ຮອດປັດຈຸບັນ, ກຳລັງກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ໄດ້ຊ່ວຍ ຕວກກີ ກຳນົດຈຸດທີ່ມີຜູ້ປະສົບເຄາະຮ້າຍໄດ້ 11 ຈຸດ, ໃນນັ້ນ ມີ 2 ຈຸດ ມີສັນຍານທີ່ບົ່ງບອກໃຫ້ຮູ້ວ່າ ຍັງມີຜູ້ມີຊີວິດຢູ່. ໄລ່ຮອດຕອນເຊົ້າວັນທີ 17 ກຸມພາ, ຈຳນວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຢູ່ ຕວັກກີ ແລະ ຊີຣີ ໄດ້ຂຶ້ນເຖິງກວ່າ 44.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ