ສປຊກ່າວເຕືອນຊາວEthiopiaນັບລ້ານຄົນມີໄພຖືກອຶດຫິວ

ສປຊກ່າວເຕືອນຊາວEthiopiaນັບລ້ານຄົນມີໄພຖືກອຶດຫິວ - ảnh 1
ປະຊາຊົນ Ethiopia (ພາບ: newsecuritybeat.org)

(vovworld) – ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon ​ໄດ້​ກ່າວ​ເຕືອນ​ວ່າ: ປະ​ເທດ Ethiopia ພວມ​ຕ້ອງ​ປະ​ເຊີ​ນໜ້າ​ກັບ​ໄພ​ແຫ້ງ​ແລ້ງ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ຮອບ​ເວລາ 30 ປີ​ຜ່ານ​ມາ ​ແລະ ປະຊາຊົນ​ນັບ​​ໝື່ນ​ຄົນ​ຂອງ​ປະ​ເທດ​ນີ້​ພວມ​ຕົກ​ເຂົ້າ​ສູ່​ສະພາບຂາດ​ທັນ​ຍາ​ຫານ, ສະບຽງ​ອາຫານຢ່າງ​ຮ້າຍ​ແຮງ. ວັນ​ທີ 31/1, ກ່າວ​ຄຳ​ເຫັນ​ທີ່ການ​ປະຊຸມ​ຂ່າວ​ຢູ່​ນະຄອນຫຼວງ Addis Ababa ຂອງ Ethiopia, ທ່ານ​ເລຂາທິການ​ໃຫຍ່ Ban Ki moon ​ໃຫ້​ຮູ້​ວ່າ: ຢ່າງ​ໜ້ອຍ​ສຸດ​ມີ​ປະຊາຊົນ 10,2 ລ້າ​ນຄົນ​ຕ້ອງ​​ໄດ້​ຮັບການ​ໜູນ​ຊ່ວຍ​ດ້ານ​ທັນ​ຍາ​ຫານ​​ຢ່າງ​ຮີບ​ດ່ວນ ​ແລະ ຕົວ​ເລກ​ດັ່ງກ່າວ​ອາດ​ຈະ​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ​ໃນ​ຮອບ​ເວລາ 2, 3 ​ເດືອນ. ພິ​ເສດ​ແມ່ນ​ 1/5 ຈຳ​ນວນ​ພົນລະ​ເມືອງຂອງ​ປະ​ເທດ​ ອາບຟຣີກາ ຕາ​ເວັນ​ອອກ​ນີ້ ມີ​ໄພ​ຖືກ​ອຶດຫິວ. ທ່ານ​​ເລຂາທິການ​ໃຫຍ່ ສປຊ ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ໜູ​ນຊ່ວຍ​ມະນຸດສະທຳ​ຢ່າງ​ຮີບ​ດ່ວນ​ໃຫ້​ປະຊາຊົນ Ethiopia.


ຂ່າວ/ບົດ​ອື່ນ