ສປຊມານະພະຍາຍາມຊຸກຍູ້ວິວັດທະນາການເຈລະຈາສັນຕິພາບຢູ່ຊີຣີ

ສປຊມານະພະຍາຍາມຊຸກຍູ້ວິວັດທະນາການເຈລະຈາສັນຕິພາບຢູ່ຊີຣີ - ảnh 1
ທູດພິເສດຂອງ ສປຊ ກ່ຽວກັບ ຊີຣີ Staffan de Mistura (ຊ້າຍ)
 (ພາບ: AFP/TTXVN)

(vovworld) – ​ ​ວັນ​ທີ 31/1, ຢູ່​ເຊ​ີ​ແນວ​, ປະ​ເທດ​ສະ​ວິ​ດ, ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັນບັນດາ​ສະມາ​ຊິກ​ໃນ​ຄະນະ​ກຳມະການ​ເຈລະຈາ​ຂັ້ນ​ສູງ (HNC), ຜູ້ຕາງ​ໜ້າ​ໃຫ້​ສຳພັນ​ທະ​ມິດ​​ເຊິ່ງລວມມີ: ກຸ່​ມຝ່າຍ​ຄ້ານ​ຕົ້ນ​ຕໍ່​ສຳພັນ​ທະ​ມິດ​ຊົນ​ຊາດ ຊີຣີ ​ແລະ ພັກຝ່າຍ​ຄ້ານຕ່າງໆພວມ​ເຂົ້າ​ຮ່ວມ​ການ​ສຸ້ຮົບ​ຢູ່​ປະ​ເທດ ຕາ​ເວັນ​ອອກ​ກາງ​ນີ້​, ທູດ​ພິ​ເສດ​ຂອງ ສປຊ ທ່ານ Staffan De Mitsura ສະ​ແດງ​ຄວາມ​ປະ​ເອີ​ບ​ໃຈ​ກ່ຽວ​ກັບ​ກາລະ​ໂອກາດ​ປະຫວັດສາດ​ໃຫ້​ແກ່​ສັນ​ຕິ​ພາບ​ຢູ່ ຊີຣີ. ທ່ານ Staffan De Mitsura ກໍ່​ໃຫ້​ຮູ້​ວ່າ: ບໍ່​ທັນ​ຮູ້​ວ່າ HNC ​ໄດ້​ຕົກລົງ​ກ່ຽວ​ກັບ​ການ​ພົບ​ປະ​​ເປັນທາງ​ການ​ຢູ່​ສຳນັກງານ ສປຊ ຢູ່ ​ເຊີ​ແນວ (ປະ​ເທດ​ສະ​ວິດ) ພາຍຫຼັງ​ວັນ​ທີ 31/1 ຫຼື​ບໍ່? ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ຊີຣີ Omar al Zoubi ​ໃຫ້​ຮູ້​ວ່າ: ລັດຖະບານ​ຂອງ​ທ່ານ​ປະທານາທິບໍດີ Bashar Al Assad ຈະ​ບໍ່​ຍອມຮັບ​ເລື່ອງ​ 2 ກຸ່ມ​ປະກອບ​ອາວຸດ​ອິດສະ​ລາມ ​ນັ້ນ​ແມ່ນ Ahrar al Sham ​ແລະ ກອງທັບ​ອິດສະ​ລາມ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ເຈລະຈາ​ຢູ່ ​ເຊີ​ແນວ ​ໂດຍ ສປຊ ໜູນ​ຫຼັງ. ຊີ​ຣີ ​ແລະ ລັດ​ເຊຍ ​ໄດ້​ຈັດ 2 ກຸ່ມ​ດັ່ງກ່າວ​ເຂົ້າ​ບັນຊີ​ລາຍ​ຊື່​ບັນດາ​ອົງການ​ກໍ່​ການ​ຮ້າຍ. 2 ປະ​ເທດ​ໄດ້​ເນັ້ນ​ໜັກວ່າ​ບັນດາ​ກຳລັງ​ນີ້​ຕ້ອງ​​ໄດ້​ຖືກ​ປັດ​ເຂ່ຍ​ອອກ​ຈາກ​ວິວັດ​ທະນາການ​ເຈລະຈາ​ສັນຕິພາບ, ພ້ອມ​ກັບ​ອົງການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ​ແລະ ​ແນວ​ໂຮມ Al Nusra, ຊິ່ງ​ແມ່ນເຄືອ​ຂ່າຍ​ກໍ່​ການ​ຮ້າຍ​ສາກົນ Al Qeada ສາຂາຢູ່ ຊີຣີ.


ຂ່າວ/ບົດ​ອື່ນ