ສປຊຮັບຮອງເອົາສົນທິສັນຍາ ສະບັບທຳອິດກ່ຽວກັບ ການຄວບຄຸມການຄ້າຂາຍອາວຸດ

ສປຊຮັບຮອງເອົາສົນທິສັນຍາ    ສະບັບທຳອິດກ່ຽວກັບ     ການຄວບຄຸມການຄ້າຂາຍອາວຸດ - ảnh 1
ພາບປະກອບ:internet


(vovworld) -  ວັນ​ທີ 2/4, ດ້ວຍ​ບັດ​ເຫັນ​ດີ 154 ບັດ ​ແລະ ບັດ​ຄ້ານ 3 ບັດ, ກອງ​ປະຊຸມ​ສະມັດຊາ​ໃຫຍ່ ສປຊ ​ໄດ້​ຮັບຮອງ​ເອົາ​ສົນທິສັນຍາ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຄ້າຂາຍ​ອາວຸດ​ທຳ​ມະ​ດາ​ລວມມູນ​ຄ່າ 80 ຕື້ USD/ປີ. ​ເອກະສານ​ສຳຄັນ​ສະບັບນີ້​ຈະ​ປະກອບສ່ວນ​ຈຳກັດ​ການ​ຄ້າຂາຍ​ອາວຸດ​ທຳມະ​ດາ​ໃຫ້​ແກ່​ບັນດາ​ລັດຖະບານ ​ແລະ ກຸ່ມ​ປະກອບ​ອາວຸດ​ຄື​ອາດຊະຍາ​ກຳ​ສົງຄາມ, ດັບ​ສູນ​ເຊື້ອ​ຊາດຫລື​ປະຕິບັດ​ບັນດາ​ການ​ກະທຳ​ໃຊ້​ຄວາມ​ຮຸ​ນ​ແຮງ​ດ້ວຍຂອບ​ຂະຫນາດ​ໃຫຍ່. ຊີຣີ, ສປປ ​ເກົາຫລີ ​ແລະ ​ແມ່ນ ອີຣານ, ສາມ​ປະ​ເທດ​ຄັດຄ້ານ​ເລື່ອງ​ຮັບຮອງ​ເອົາ​ສົນທິສັນຍາ​ສະບັບ​ນີ້​ໃນ​ອາທິດ​ກ່ອນ ດ້ວຍ​​ເຫດຜົນ ສົນທິສັນຍາ​ດັ່ງກ່າວ​ຈະ​ສະກັດ​ກັ້ນ​ບັນດາ​ປະ​ເທດ​ນ້ອຍ​ໃນ​ການ​ຊື້​ຂາຍ, ມອບ​ໂອນ​ອາວຸດ​ດ້ວຍ​ຈຸດປະສົງ​ປ້ອງ​ກັນ​ຕົນ​ເອງ. ​ໃນ​ຂະນະ​ນັ້ນ ລັດ​ເຊຍ ນອນ​ໃນ​ຈຳນວນ 23 ປະ​ເທດ​ປ່ອນ​ບັດ​ຂາວ ຍ້ອນ​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ບັນດາ​ມາດຕາ​ຊື່​ງປະ​ເທດ​ນີ້​ຖື​ວ່າ​ບໍ່​ທັນ​ຈະ​ແຈ້ງ​​ໃນ​ສັນຍາ​ນີ້​ໄວ້, ​ໃນ​ນັ້ນ​ມີ​ຄຳ​ນິຍາມ​ກ່ຽວ​ກັບ​ການ​ດັບ​ສູນ​ເຊື້ອ​ຊາດ.

ນີ້​ແມ່ນ​ສົນທິສັນຍາ​ສຳຄັນ​ສະບັບ​ທຳ​ອິດ​ກ່ຽວ​ກັບ​ອາວຸດ​ຂອງ​ໂລກ ນັບ​ແຕ່​ພາຍຫລັງ​ສົນທິສັນຍາ​ຫ້າມ​ທົດ​ລອງ​ອາວຸດ​ນິວ​ເຄຼຍຮອບດ້ານ​ປີ 1996. ສົນທິສັນຍາ​ສະບັບ​ໃຫມ່​ນີ້​ເພື່ອ​ຈຸດປະສົງ​ເຮັດ​ໃຫ້​ບັນດາ​ປະ​ເທດ​ຕ້ອງ​ວາງ​ອອກ​ບັນດາ​ຂໍ້​ກຳນົດ​ວ່າແຫ່ງ​ລັດ​ ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ອາວຸດ. ຕາມ​ແຜນການ​ແລ້ວ, ​ເລື່ອງ​ລົງ​ນາມ​ໃນ​ສົນທິສັນຍາ​ສະບັບ​ໃຫມ່​ນີ້​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 3/6 ຈະ​ມາ​ເຖິງ. ສົນທິສັນຍາ​ມີ​ຜົນ​ສັກ​ສິດ​ພາ​ຍຫລັງ 50 ປະ​ເທດ ​ໃນ​ຈຳນວນ 193 ປະ​ເທດ​ສະ​ມາ​ຊິກ ສປຊ ​ໃຫ້​ສັດຕະຍາບັນ.

 ​Nhat Quynh ນັກ​ຂ່າວ VOV ປະຈຳ​ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ