ສປຊຮຽກຮ້ອງຮັບຮອງເອົາສົນທິສັນຍາທົ່ວໂລກກ່ຽວກັບບັນຫາຊາວອົບພະຍົບ

ສປຊຮຽກຮ້ອງຮັບຮອງເອົາສົນທິສັນຍາທົ່ວໂລກກ່ຽວກັບບັນຫາຊາວອົບພະຍົບ - ảnh 1
ທ່ານ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki Moon
ພາບ: EPA/TTXVN

(vovworld)- ໃນ​ບົດ​ລາຍ​ງານ​ສະ​ເຫນີ​ຕໍ່​ສະ​ມັດ​ຊາ​ໃຫຍ່​ສ​ປ​ຊ​ ຫວ່າງ​ແລ້ວນີ້, ທ່ານ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki Moon ໄດ້​ເນັ້ນ​ຫນັກ​ວ່າ: ບັນ​ດາ​ປະ​ເທດ​ສະ​ມາ​ຊິ​ກ ສ​ປ​ຊ ຕ້ອງ​ແກ​້​ໄຂ​​ບັນ​ດາສາຍ​ເຫດ​ທີ່​ກໍ່​ໃຫ້​ເກີດ​ສະ​ພາບ​ຊາວ​ອົບ​ພະ​ຍົບເປັນ​ຈຳ​ນວນ​ຫລວງ​ຫລາຍ ແລະ ການ​​ປ້ອງ​ກັນຊາວ​ອົບ​ພະ​ຍົບ​ທີ່ພວມ​​ຕິດ​ຄ້າງ​ຢູ່​ເຂດ​ຊາຍ​ແດນ, ສະ​ກັດ​ກັ້ນ​ສະ​ພາບ​ຈຳ​ແນກ​ປະ​ພຶດ​ຕໍ່​ສ​ຳ​ລັບ​ຊາວ​ອົບ​ພະ​ຍົບ ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ເຂົາ​ເຈົ້າ​ເຊື່ອມ​ຕົວ​ກັບ​ປະ​ຊາ​ຄົມ​ໃຫມ່. ທ່ານ Ban Ki Moon ກໍ​ຮຽກ​ຮ້ອງ​ແຕ່​ລະ​ປະ​ເທດ​ຄວນ​ພິ​ຈາ​ລະ​ນາ​ເພື່ອ​ສ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ສາ​ກົນ​ໃຫ້​ແກ່​ບັນ​ຫາ​ຊາ​ວ​ອົບ​ພະ​ຍົບ ພາຍ​ໃຕ້​ຮູບ​ການ​ສັນ​ຍາ​ທົ່ວ​ໂລກ ເພື່ອ​​ແນ​ໃສ່ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃຫ້​ແກ່​​ການ​ອົບ​ພະ​ຍົບ ພ້ອມ​ທັງ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ​ບັນ​ຫາ​ຊາວ​ອົບ​ພະ​ຍົບ​ສາ​ກົນ​ໃນ​ປີ 2018 ເພື່ອ​ຮັບ​ຮອງ​ເອົາ​ສັນ​ຍາ​ດັ່ງ​ກ່າວ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ