ສປຊເລືອກເຟັ້ນປີ2014ແມ່ນປີສາກົນສາມັກຄີກັບປະຊາຊົນປາແລດສະຕີນ

ສປຊເລືອກເຟັ້ນປີ2014ແມ່ນປີສາກົນສາມັກຄີກັບປະຊາຊົນປາແລດສະຕີນ - ảnh 1
ກອງ​ປະຊຸມ​ສະ​ມັດ​ຊາ​ໃຫຍ່ ສປຊ
ພາບປະກອບ:internet

(vovworld)- ທີ່​ກອງ​ປະຊຸມ​ຄັ້ງ​ທີ 68 ດ​ຳ​ເນີນ​ໄປ​ຫວ່າງ​ແລ້ວ​ນີ້, ກອງ​ປະຊຸມ​ສະ​ມັດ​ຊາ​ໃຫຍ່ ສປຊ ​ໄດ້​ຮັບ​ຮອງ​ເອົາ​ມະຕິ​ໂດຍ​ຖະ​ແຫລ​ງວ່າ ​ເອົາ​ປີ 2014 ​ແມ່ນ​ “ປີ​ສາກົນ​ສາມັກຄີ​ກັບ​ປະຊາຊົນ ປາ​ແລດ​ສະຕີ​ນ” ​ແລະ ຮຽກຮ້ອງ​ການ​ປະຕິບັດ​ທຸກ​ຄວາມ​ມານະ​ພະຍາຍາມ​ເພື່ອ​ຊຸກຍູ້​ການ​ປະຕິບັດ​ບັນດາ​ສິດ​ບໍ່​ອາດ​ມອບ​ໂອນ​ຂອງ​ປາ​ແລດ​ສະຕີ​ນ ຊື່​ງລວມມີ​ ສິດ​ຕັດສິນ​ດ້ວຍ​ຕົນ​ເອງ, ​ເພື່ອ​ສະຫນັບສະຫນູນ​ວິວັດ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ​ ​ແລະ ມະຕິ​ກ່ຽວ​ກັບ​ບັນດາ​ບັນຫາ​ສຸດ​ທ້ຍທີ່​ກ່ຽວຂ້ອງ​ເຖິງ​ຂໍ້​ກຳນົດ​ກໍ​ຄື​ເພື່ອ​ລະດົມ​ການ​ສະຫນັບສະຫນູນ ​ແລະ ຫນູນ​ຊ່ວຍ​ຈາກ​ສາກົນ​ສຳລັບ​ປະຊາຊົນ ປາ​ແລດ​ສະຕີ​ນ.

ຂ່າວ/ບົດ​ອື່ນ