ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ແລ້ວ 2 ຄົນ

(VOVWORLD) -ຕາມຂ່າວສານປະເທດລາວແລ້ວ, ຕອນບ່າຍຂອງວັນທີ 24 ມີນາ 2020 ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຖະແຫລງ ວ່າ: ໄດ້ກວດພົບກໍລະນີຢັ້ງຢືນຕິດເຊື້ອພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ຢູ່ ສປປ ລາວ ແລ້ວ 2 ຄົນ ຊຶ່ງຄົນເຈັບທັງ 2 ຄົນ ອາໄສຢູ່ນະຄອນຫລວງວຽງຈັນ. 

ປັດຈຸບັນ ກຳລັງໄດ້ຮັບການປິ່ນປົວ ຢູ່ໂຮງໝໍມິດຕະພາບ 150 ຕຽງ ຕາມລະບຽບ ແລະ ມາດຕະຖານສາກົນ. ຂະນະດຽວກັນ ໄດ້ເນັ້ນໃຫ້ທຸກຄົນ ຕ້ອງປະຕິບັດມາດຕະການປ້ອງກັນຕົນເອງຢ່າງເດັດ ຂາດ.

ສຳລັບກໍລະນີທຳອິດ ເປັນເພດຍິງ ອາຍຸ 36 ປີ, ສັນຊາດລາວ, ອາຊີບພະນັກງານນຳທ່ຽວ,  ກ່ອນໜ້ານີ້ຜູ້ກ່ຽວ ນຳພາກຸ່ມນັກທ່ອງທ່ຽວຈາກຢູໂຣບ ທີ່ເດີນທາງມາ ສປປ ລາວ ໃນວັນທີ 7 ມີນາ ແລະ ໄປທ່ຽວຫລາຍສະຖານທີ່ ໃນນະຄອນຫລວງ ວຽງຈັນ ໃນວັນທີ 8 ມີນາ 2020, ຈາກນັ້ນ ກໍໄປວັງວຽງ, ໄປທ່ຽວຫລວງພະບາງ ແລະ ບ່ອນອື່ນໆ. ສ່ວນກໍລະນີທີ 2 ເປັນເພດຊາຍອາຍຸ 28 ປີ ສັນຊາດລາວ ເປັນພະນັກງານໂຮງແຮມແຫ່ງໜຶ່ງ ໃນນະຄອນຫລວງວຽງຈັນ. ກ່ອນທີ່ຈະຢັ້ງຢືນວ່າຕິດເຊື້ອ ໄດ້ ເດີນທາງໄປສຳມະນາ ຢູ່ທີ່ປະເທດໄທ ແລະ ເດີນທາງກັບຈາກໄທມາລາວ ໃນວັນທີ 9 ມີນາ ຜ່ານສະໜາມບິນສາກົນວັດໄຕ ແລ້ວໄດ້ຕິດຕາມອາການ ບໍ່ໄດ້ອອກໃສ.

ທ່ານ ດຣ. ພູທອນ ເມືອງປາກ ລະບຸຕື່ມວ່າ: ພາຍຫລັງທີ່ໄດ້ຮັບຊາບຜົນການກວດແລ້ວ ຄົນເຈັບທັງສອງ ແມ່ນໄດ້ຖືກແຍກປ່ຽວ ຢູ່ໂຮງໝໍມິດຕະພາບ ໂດຍໄດ້ມີຕິດຕາມອາການເບື້ອງຕົ້ນ ແລະ ພົບວ່າທັງສອງ ມີອາການຢູ່ໃນຂອບເຂດທີ່ດີ. ນີ້ແມ່ນ 2 ກໍລະນີທຳອິດ ຂອງລາວວ່າຕິດເຊື້ອໂຄວິດ-19 

ຂັດຈາກ KpL

ຕອບກັບ

ຂ່າວ/ບົດ​ອື່ນ