ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີ

(VOVWORLD) - ໃນສານຝາກເຖິງວົງການສື່ມວນຊົນ, JCS ໄດ້ຊີ້ແຈ້ງວ່າ : “ໃນການເພີ່ມທະວີການຕິດຕາມກວດກາ ແລະ ລະວັງຕົວ
ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີ - ảnh 1(ພາບປະກອບຈາກ AFP/TTXVN)

ຕອນເຊົ້າວັນທີ 4 ຕຸລາ, ກອງທັບ ສ ເກົາຫຼີ ປະກາດວ່າ ສປປ ເກົາຫຼີ ຫາກໍ່ຍິງລູກສອນໄຟນຳວິຖີທີ່ຍັງບໍ່ທັນຮູ້ປະເພດອອກສູ່ທະເລທາງທິດຕາເວັນອອກຂອງປະເທດນີ້. ສະພາຫົວໜ້າເສນາທິການທະຫານປະສົມ ສ ເກົາຫຼີ (JSC) ໃຫ້ຮູ້ວ່າ: ໄດ້ພົບເຫັນລູກສອນໄຟຖືກຍິງຈາກເຂດ Mupyong -ri ຂຶ້ນກັບແຂວງ Jagang, ທາງທິດເໜືອຂອງ ສປປ ເກົາຫຼີ ໃນເວລາ 7 ໂມງ 23 ນາທີ ຂອງວັນທີ 4 ຕຸລາ ຕາມເວລາທ້ອງຖິ່ນ (ກົງກັບ 5 ໂມງ 23 ນາທີຂອງວັນດຽວກັນຕາມເວລາຮ່າໂນ້ຍ) ແລະ ລູກສອນໄຟໄດ້ໄປຜ່ານປະເທດຍີ່ປຸ່ນ. ໃນສານຝາກເຖິງວົງການສື່ມວນຊົນ, JCS ໄດ້ຊີ້ແຈ້ງວ່າ : “ໃນການເພີ່ມທະວີການຕິດຕາມກວດກາ ແລະ ລະວັງຕົວ, ກອງທັບ ສ ເກົາຫຼີ ໄດ້ຮັກສາທ່າກຽມພ້ອມສູງສຸດ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບ ອາເມລິກາ”.

        ນີ້ແມ່ນເຫດຍິງລູກສອນໄຟຄັ້ງທີ 5 ຂອງພຽງຢາງ ໃນຮອບ 10 ວັນຜ່ານມາ, ໃນສະພາບການ ອາເມລິກາ ແລະ ສ ເກົາຫຼີ ຫາກໍ່ຊ້ອມຮົບຕ້ານກ່ຳປັ່ນດຳນ້ຳກັບກຳລັງທະຫານເຮືອ ຍີ່ປຸ່ນ ໃນອາທິດກ່ອນ./.

ຕອບກັບ

ຂ່າວ/ບົດ​ອື່ນ