ສປປ ເກົາຫຼີ ຕຳໜິຕິຕຽນ ອາເມລິກາ - ສ. ເກົາຫຼີ ຊ້ອມຮົບທະຫານເຮືອ

(VOVWORLD) - ວັນທີ 27 ກຸມພາ, ພາຍຫຼັງສິ້ນສຸດງານມະຫາກຳກິລາ Olympic ລະດູໜາວ Pyeong Chang 2018 ພຽງ 2 ວັນ, ກອງທັບ ອາເມລິກາ ແລະ ສ. ເກົາຫຼີ

ວັນທີ 2 ມີນາ, ສຳນັກຂ່າວສານ ສູນກາງ ສປປ ເກົາຫຼີ (KCNA) ໄດ້ໃຫ້ຂໍ້ສັງເກດວ່າ ການຊ້ອມຮົບຫວ່າງມໍ່ໆມານີ້ຂອງທະຫານເຮືອ ອາເມລິກາ - ສ. ເກົາຫຼີ ໄດ້ເປີດສາກໃຫ້ແກ່ການເຊື່ອມຕໍ່ບັນດາການຊ້ອມຮົບຮ່ວມດ້ວຍຂອບຂະໜາດໃຫຍ່ໂດຍ ອາເມລິກາ ດຳເນີນຢູ່ ສ. ເກົາຫຼີ.

        ກ່ອນໜ້ານັ້ນ, ວັນທີ 27 ກຸມພາ, ພາຍຫຼັງສິ້ນສຸດງານມະຫາກຳກິລາ Olympic ລະດູໜາວ Pyeong Chang 2018 ພຽງ 2 ວັນ, ກອງທັບ ອາເມລິກາ ແລະ ສ. ເກົາຫຼີ ໄດ້ດຳເນີນການຊ້ອມຮົບຮ່ວມຢູ່ເຂດທະເລທາງທິດໃຕ້ຂອງ ສ ເກົາຫຼີ. ວົງການເຈົ້າໜ້າທີ່ ສ. ເກົາຫຼີ ໃຫ້ຮູ້ວ່າ: ການຊ້ອມຮົບແມ່ນສ່ວນໜຶ່ງໃນບັນດາການເຄື່ອນໄຫວປະຈຳຂອງບັນດານັກບິນເອລີກອບແຕ ຂຶ້ນກັບ USFK ເພື່ອໄດ້ຮັບໃບຢັ້ງຢືນຮັບອະນຸຍາດຈອດລົງບັນດາກ່ຳປັ່ນຍົກພົນຂຶ້ນບົກຂອງ ສ. ເກົາຫຼີ ໃນກໍລະນີສຸກເສີນ.

ຕອບກັບ

ຂ່າວ/ບົດ​ອື່ນ