ສປປ ເກົາຫຼີ ປະກາດບໍ່ມີຮົ້ວກີດຂວາງຕໍ່ໂຄງການອາວຸດ

(VOVWORLD) - ປະຈຸບັນ, ບໍ່ມີສິ່ງກີດຂວາງໃດ ຫຼື ການຈົນຕາແຈໃດສຳລັບ ສປປ ເກົາຫຼີ. ຄຳເຫັນນີ້ຢາກພາດພິງເຖິງເລື່ອງ ສປປ ເກົາຫຼີ ບໍ່ປະເຊີນໜ້າກັບຮົ້ວກີດຂວາງໃດສຳລັບໂຄງການອາວຸດຂອງຕົນ.


ວັນທີ 3 ທັນວາ, ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ: ພາຍຫຼັງເຫດຍິງລູກສອນໄຟນຳວິຖີຂ້າມທະວີບ (ICBM) ໃນອາທິດກ່ອນ, ການນຳ ສປປ ເກົາຫຼີ Kim Jong – un ໄດ້ລົງຕິດຕາມກວດກາໂຮງງານຜະລິດຢາງລົດທ້ອງຖິ່ນ. ນີ້ແມ່ນຫົວໜ່ວຍສະໜອງເຄື່ອງອາໄຫລ່ໃຫ້ຖານຍິງລູກສອນໄຟເຄື່ອນທີ່. ໃນການໄປຢ້ຽມຢາມໂຮງງານຢາງລົດ Amnokgang ຢູ່ນະຄອນ Manpo, ແຂວງ Jagang, ການນຳ Kim Jong – un ຍັງຢັ້ງຢືນວ່າ: ປະຈຸບັນ, ບໍ່ມີສິ່ງກີດຂວາງໃດ ຫຼື ການຈົນຕາແຈໃດສຳລັບ ສປປ ເກົາຫຼີ. ຄຳເຫັນນີ້ຢາກພາດພິງເຖິງເລື່ອງ ສປປ ເກົາຫຼີ ບໍ່ປະເຊີນໜ້າກັບຮົ້ວກີດຂວາງໃດສຳລັບໂຄງການອາວຸດຂອງຕົນ.


ຕອບກັບ

ຂ່າວ/ບົດ​ອື່ນ