ສປປ ເກົາຫຼີ ສືບຕໍ່ຍິງລູກສອນໄຟຕື່ມອີກ

(VOVWORLD) - ສປປ ເກົາຫຼີ ໄດ້ຍິງລູກສອນໄຟຕື່ມອີກ 6 ລູກອອກສູ່ທະເລທາງທິດຕາເວັນອອກ ແລະ ຕາເວັນຕົກຂອງແຫຼມ ເກົາຫຼີ.
ສປປ ເກົາຫຼີ ສືບຕໍ່ຍິງລູກສອນໄຟຕື່ມອີກ - ảnh 1ສື່ມວນຊົນ ສ ເກົາຫຼີ ໃຫ້ຂ່າວກ່ຽວກັບການຍິງລູກສອນໄຟຂອງ ສປປ ເກົາຫຼີ
(ພາບ:Reuters)

ວັນທີ 2 ພະຈິກ, ກອງທັບ ສ ເກົາຫຼີ ໃຫ້ຮູ້ວ່າ: ສປປ ເກົາຫຼີ ໄດ້ຍິງລູກສອນໄຟຕື່ມອີກ 6 ລູກອອກສູ່ທະເລທາງທິດຕາເວັນອອກ ແລະ ຕາເວັນຕົກຂອງແຫຼມ ເກົາຫຼີ. ເຫດຍິງລູກສອນໄຟຫຼ້າສຸດນີ້ໄດ້ດຳເນີນແຕ່ເວລາ 16 ໂມງ 30 ນາທີ ຫາ 17 ໂມງ 10 ນາທີ (ຕາມເວລາທ້ອງຖິ່ນ), ໃນນັ້ນມີບາງລູກໄດ້ຖືວ່າແມ່ນລະບົບລູກສອນໄຟໜ້າດິນຕ້ານເທິງອາກາດ. ໃນວັນທີ 2 ພະຈິກ, ສປປ ເກົາຫຼີ ໄດ້ຍິງລູກສອນໄຟທັງໝົດ 23 ລູກອອກສູ່່ທາງທິດຕາເວັນອອກ ແລະ ຕາເວັນຕົກຂອງປະເທດນີ້, ໃນນັ້ນມີລູກສອນໄຟລູກໜຶ່ງຕົກລົງເຂດໃກ້ກັບເຂດທະເລຂອງ ສ.ເກົາຫຼີ.

        ແລະກໍ່ໃນວັນທີ 2 ພະຈິກ, ສປປ. ເກົາຫຼີ ໄດ້ຍິງລູກປືນໃຫຍ່ກ່ວາ 100 ລູກ ຈາກເມືອງ Kosong, ແຂວງ Kangwon ອອກສູ່ເຂດທາງທິດຕາເວັນອອກ ທີ່ເຄີຍໄດ້ຮັບການສ້າງຕັ້ງຕາມຂໍ້ຕົກລົງດ້ານການທະຫານລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ ໃນເດືອນກັນຍາ 2018.

ຕອບກັບ

ຂ່າວ/ບົດ​ອື່ນ