ສປປ ເກົາຫຼີ ຮັກສາ ແຜນການຍິງດາວທຽມ

ສປປ ເກົາຫຼີ ຮັກສາ ແຜນການຍິງດາວທຽມ - ảnh 1
ພາບປະກອບ

(vovworld) - ວັນ​ທີ 18/3, ສປປ ​ເກົາຫຼີ ຖະ​ແຫຼງວ່າ: ​ແຜນການ​ຍິງ​ດາວ​ທຽມ​ສັງ​ເກດ​ໜ່ວຍ​ໂລກ Kwangmyongsong 3 ​ໃນ​ເດືອ​ນ 4 ຈະ​ມາ​ເຖິງ​​ແມ່ນ​ສິດ​ຖືກຕ້ອງຕາ​ມ ​ກົດໝາຍ​ຂອງ​ປະ​ເທດ​ນີ້, ພ້ອມ​ທັງ​ປະຕິ​ເສດ​ບັນດາຄຳ​ກ່າວຫາ​ທີ່​ຖື​ວ່າ: ນີ້​ແມ່ນ​ການ​ກະທຳ​ເພື່ອ​ແນ​ໃສ່​ປົກ​ປິດ​ເຫດການ​​ຍິງ​ລູກ​ສອນ​ໄຟທົດ​ລອງ. ​ໃນ​ບົດ​ນຳ​ຂອງ​ສຳນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາຫຼີ (ຫຼື KCNA), ມີ​ຕອນ​ຂຽນ​ວ່າ “ພັດທະນາ​ສັນຕິພາບ ​ແລະ ການນຳ​ໃຊ້​​ໂລກ​ຈັກກະວານ​ແມ່ນ​ສິດ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ປະ​ເທດ​ໜຶ່ງ​ທີ່​ອະທິປະ​ໄຕ. ​ເລື່ອງ​ຍິງ​ດາວ​ທຽ​ມ ​ເພື່ອ​ຄົ້ນ​ຄ້ວາ​ວິທະຍາສາດ ​ແລະ ນຳ​ໃຊ້​​ໂລກ​ຈັກກະວານ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ອາດ​ຈະ​ບໍ່​ແມ່ນ​ສິດ​ຜູກຂາດ​ຂອງ​​ປະ​ເທດ​ໃດ​ໜຶ່ງ​ອີກ”. ກ່​ອນໜ້າ​ນັ້ນ, ສປປ ​ເກົາຫຼີ ຖະ​ແຫຼ​ງວ່າ: ພ້ອມ​ແລ້ວ​ທີ່​​ເຊື້ອ​ເຊີນ​ນັກ​ສັງ​ເກດ​ການ​ສາກົນ​ມາ​ເພື່ອ​ຕິດຕາມ​ກວດກາ​​ເຫດການ​ຍິງ​ດາວ​ທຽມ.

ຂ່າວ/ບົດ​ອື່ນ