ສປປ ເກົາຫຼີ ຮຽກຮ້ອງໃຫ້ ອາເມລິກາ - ສ. ເກົາຫຼີ ຢຸດຕິການຊ້ອມຮົບຮ່ວມ

(VOVWORLD) - ຕາມສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ແລ້ວ, ໃນຖະແຫຼງການ, ໂຄສົກກະຊວງການຕ່າງປະເທດ ສປປ ເກົາຫຼີ ໄດ້ຊີ້ແຈ້ງວ່າ ອາເມລິກາ ແລະ ສ ເກົາຫຼີ ໄດ້ຈັດຕັ້ງການຊ້ອມຮົບກອງທັບອາກາດຮ່ວມດ້ວຍຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນມາ
ສປປ ເກົາຫຼີ ຮຽກຮ້ອງໃຫ້ ອາເມລິກາ - ສ. ເກົາຫຼີ ຢຸດຕິການຊ້ອມຮົບຮ່ວມ - ảnh 1ເຮືອບິນສູ້ຮົບ F-35A ຂອງ ສ ເກົາຫຼີ (ພາບ:Yonhap/TTXVN)

ວັນທີ 4 ພະຈິກ, ສປປ ເກົາຫຼີ ສະແດງຄວາມວິຕົກວັງວົນກ່ຽວກັບເລື່ອງ ສ. ເກົາຫຼີ ແລະ ອາເມລິກາ ໄດ້ແກ່ຍາວເວລາຊ້ອມຮົບຂອງກອງທັບອາກາດ Vigilant Storm (ເຊິ່ງຕາມແຜນການກ່ອນນັ້ນແມ່ນດຳເນີນໃນເວລາ 5 ວັນ, ແຕ່ວັນທີ 31 ຕຸລາ - ວັນທີ 5 ພະຈິກ) ແລະ ໃຫ້ຮູ້ວ່າຈະໂຕ້ຕອບບໍ່ວ່າຄວາມມານະພະຍາຍາມໃດໆແນໃສ່ລວງລ້ຳອະທິປະໄຕ, ກໍ່ຄວາມເສຍຫາຍເຖິງຜົນປະໂຫຍດດ້ານຄວາມໝັ້ນຄົງຂອງປະເທດນີ້.

        ຕາມສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ແລ້ວ, ໃນຖະແຫຼງການ, ໂຄສົກກະຊວງການຕ່າງປະເທດ ສປປ ເກົາຫຼີ ໄດ້ຊີ້ແຈ້ງວ່າ ອາເມລິກາ ແລະ ສ ເກົາຫຼີ ໄດ້ຈັດຕັ້ງການຊ້ອມຮົບກອງທັບອາກາດຮ່ວມດ້ວຍຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນມາ ແລະ ສອງປະເທດນີ້ຕ້ອງຢຸດຕິການຊ້ອມຮົບນີ້. ສະພາບການໃນແຫຼມ ເກົາຫຼີ ເພີ່ມຄວາມເຄັ່ງຕຶງຍ້ອນ ສປປ ເກົາຫຼີ ປະຕິບັດການຍິງລູກສອນໄຟຫຼາຍຄັ້ງ, ໃນຂະນະທີ່ ສ ເກົາຫຼີ ແລະ ອາເມລິກາ  ດຳເນີນການຊ້ອມຮົບຂອງກອງທັບອາກາດທີ່ມີຊື່ວ່າ Vigilant Storm, ທີ່ລະດົມເຮືອນບິນສູ້ຮົບອະພິຮູບ F-35A ແລະ F-35B. ນອກຈາກນັ້ນແລ້ວ, ກອງທັບ ອາເມລິກາ ໄດ້ຜັນຂະຫຍາຍກ່ຳປັ່ນດຳນ້ຳໃຊ້ພະລັງງານນິວເຄຼຍ Los Angeles Key West ໄປຍັງທ່າກ່ຳປັ່ນ Busan ຂອງ ສ. ເກົາຫຼີ.  

ຕອບກັບ

ຂ່າວ/ບົດ​ອື່ນ