ສປປ ເກົາຫຼີ ເຫັນດີເປັນ ເອກະສັນເຈລະຈາກັບ ສ ເກົາຫຼີ ກ່ຽວກັບການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນ

ສປປ ເກົາຫຼີ ເຫັນດີເປັນ ເອກະສັນເຈລະຈາກັບ ສ ເກົາຫຼີ ກ່ຽວກັບການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນ - ảnh 1
ຄວາມສຸກຂອງບັນດາຄອບຄົວໄດ້ເຕົ້າໂຮມ ເມື່ອວັນທີ 31/10/2010
(ພາບ: AFP/TTXVN)

(vovworld) - ວັນ​ທີ 18/8, ສປປ ​ເກົາຫຼີ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັບ​ຂໍ້​ສະ​ເໜີ​ຂອງ ສ ​ເກົາຫຼີ ຈັດ​ຕັ້ງບັນດາ​ການ​ເຈລະຈາ​ຂັ້ນນັກວິຊາການ​ໃນ​ວັນ​ທີ 23/8 ຈະ​ມາ​ເຖິງ​ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ບັນດາ​ຄອບຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ​ໃນ​ໄລຍະ​ສົງຄາມ​ ​ເກົາຫຼີ ​​ແຕ່​ປີ 1950 – 1953. ສປປ ​ເກົາຫຼີ ກໍ່​ສະ​ເໜີ​ດຳ​ເນີນ​ການ​ເຈລະຈາ​​ໃນ​ວັນ​ທີ 22/8 ກ່ຽວ​ກັບ​ການ​ເຊື່​ອມຕໍ່​ບັນດາ​ລາຍການ​ທ່ອງ​ທ່ຽວ​ເຖິງ​ພູ Kumgang ​ໃນ​ວັນ​ທີ 22/8 ຈະ​ມາ​ເຖິງ. ສ ​ເກົາຫຼີ ສ​ະ​ເໜີ​ຈັດ​ຕັ້ງ​ການ​ສົນທະນາ​ກ່ຽວ​ກັບ​ການ​ເຕົ້າ​​ໂຮມ​ບັນດາ​ຄອບຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ​ໃນ​ວັນ​ທີ 23/8 ຈະ​ມາ​ເຖິງ​ຢູ່​ບ້ານ​ຢຸດ​ຮົບ Panmunjeom. ກ່ອນ​ນັ້ນ​ໜຶ່ງ​ວັນ, ​ໃນ​ບົດ​ກ່າວ​ປາ​ໄສ​ເນື່ອງ​ໃນ​ໂອກາດ​ວັນຊາດ ສ ​ເກົາຫຼີ (15/8/1945 – 15/8/2013), ທ່ານ​ນາງ​ປະທານາທິບໍດີ Park Geun – hye ຮຽກ​ຮ້ອງ​ໃຫ້​ ສປປ ​ເກົາຫຼີ ຈັດ​ຕັ້ງ​ການ​ພົບ​ປະ​ໃນ​​ໃນເດືອນ​ໜ້າ​ໃຫ້​ບັນດາ​ຄອບຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ​ໃນ​ຫຼາຍ​ສະຕະວັດ​ຜ່ານ​ມາ. ທ່ານ​ນາງ Park Geun – hye ກໍ່​ຊົມ​ເຊີຍ​ຂໍ້​ຕົກລົງ​ຫຼ້າ​ສຸດ ກ່ຽວ​ກັບ​ການ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ຂອງ​ເຂດ​ອຸດສາຫະກຳ​ຮ່ວມ Kaesong, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ​ເຫດການ​ນີ້​ອາດ​ຈະ​ເລີ່​ມຕົ້ນ “ສາຍ​ພົວພັນ​​ໃໝ່ລະ​ຫວ່າງ 2 ພາກ ​ເກ​ົາຫຼີ ” ພາຍຫຼັງ​ສະພາບເຄັ່ງ​ຕຶງ​ມາ​ເປັນ​ເວລາ​ຫຼາຍ​ເດືອນ.

ຂ່າວ/ບົດ​ອື່ນ