ສປປ ເກົາຫຼີ ໃຫ້ຄຳໝັ້ນ ສັນຍາເປີດປະຕູ ໃຫ້ແກ່ ຜູ້ສັງເກດການ ຂອງ IAEA ໂດຍໄວ

ສປປ ເກົາຫຼີ ໃຫ້ຄຳໝັ້ນ ສັນຍາເປີດປະຕູ ໃຫ້ແກ່ ຜູ້ສັງເກດການ ຂອງ IAEA ໂດຍໄວ - ảnh 1
ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດສປປ ເກົາຫຼີ Ri Yong Ho
(ພາບ: baomoi.com)

(vovworld) – ຕາມ​ສື່​ມວນ​ຊົນ ສ​ ​ເກົາ​ຫຼີ​ ​ແລ້ວ, ​ໃນ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ຢູ່ ນິວຢອກ, ທູ​ດພິ​ເສດ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ ສປປ ​ເກົາຫຼີ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Ri Yong Ho ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ສປປ ​ເກົາຫຼີ​ ພວມ​ກະກຽມ​ປະຕິບັດ​ບັນດາ​ຂໍ້​ຕົງ​ລົງ​ທີ່​ບັນລຸ​ໄດ້​ກັບ ອາ​ເມ​ລິ​ກາ ຢູ່​ທີ່ການ​​ເຈລະຈາ​ຂັ້ນ​ສູງ​ຄັ້ງ​ທີ 3 ​ເມື່ອ​ເດືອນ 2. ຕາມ​ຂໍ້​ຕົກລົງ​ແລ້ວ, ພຽງ​ຢາງ​ຈະ​ຢຸດຕິ​​ການ​ປະຕິບັດ​ທົດ​ລອງ​ນິວ​ເຄຼຍ, ຢຸດຕິ​ການ​ເຄື່ອນ​ໄຫວ​ເສີມ​ທາດ uranium ​ແລະ ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ໄກ ​ເພື່ອ​​​ແລກ​ເອົາ​ທັນ​ຍາ​ຫານ​ຂອງ ອາ​ເມ​ລິ​ກາ ພ້ອມ​ກັນ​ນັ້ນ​ກໍອະນຸຍາດ​ໃຫ້​ບັນດາ​ຜູ້​ສັງ​​ເກດ​ການ​ຂອງ IAEA ກັບ​ຄືນ​ປະ​ເທດ​ນີ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ Ri Yong Ho ບໍ່​​ໄດ້​ເຕື້ອງ​ເຖິງ​ຈຸດ​ເວລາ​ລະອຽດ​ຂອງ​ການ​ປະຕິ​ບັດ​ຂໍ້​ຕົກລົງ ​ແລະ ​ເປີດ​ປະຕູ​ໃຫ້​ແກ່​ຄະນະ​ກຳມະການ​ຂອງ IAEA. ທູດ​ພິ​ເສດ​ຂອງ ສປປ ​ເກົາຫຼີ ​ເນັ້ນ​ໜັກວ່າ, ​ເງື່ອນ​ໄຂ​ທີ່​ປຽບ​ເໝືອນ​ຂໍ້​ກຸ​ນ​ແຈຂອງການ​ສ້າງການ​ພົວພັນ 2 ຝ່າຍ​ລະຫວ່າງ ສປປ ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ​ເປັນ​ປົກກະຕິ ​ແມ່ນ​ເລື່ອງ ວໍ​ຊິງ​ຕັນ ຢຸດຕິ​ການ​ປະຕິບັດ​ນະ​ໂຍບາຍ ປໍ​ລະ​ປັກທີ່​ມີ​ຕໍ​ພຽງຢາງ.

        ກ່ຽວ​ກັບ​ການ​ພົວພັນ​ກັບ ສ ​ເກົາຫຼີ, ທ່ານ Ri Yong Ho ຖື​ວ່າ: ຍັງ​ບໍ່​ທັນ​ສາມາດ​ມີ​ການ​ໂອ້​ລົມ​ສົນທະນາ​ໃດ​ໆ​ລະຫວ່າງ ສປປ ​ເກົາຫຼີ ​ແລະ ສ ​ເກົາຫຼີ ​ຍ້ອນ 2 ຝ່າຍ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ການ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ກອງ​ປະຊຸມ​ສຸດ​ຍອດລະຫວ່າງ 2 ພາກ​ເກົາຫຼີ ​ເມື່ອ​ປີ 2000 ​ແລະ 2007.

ຂ່າວ/ບົດ​ອື່ນ