ສປປ ເກົາຫລີ ຢັ້ງຢືນຍິງທົດລອງລູກສອນໄຟນຳວິຖີ Hwasong-12

(VOVWORLD) -ວັນທີ 31 ມັງກອນ, ສຳນັກຂ່າວສານ KCNA ຂອງ ສປປ ເກົາຫລີ ໃຫ້ຮູ້ວ່າ: ປະເທດນີ້ ໄດ້ຍິງທົດລອງລູກສອນໄຟນຳວິຖີໄລຍະກາງ Hwasong-12 ໃນວັນທີ 30 ມັງກອນ.
ສປປ ເກົາຫລີ ຢັ້ງຢືນຍິງທົດລອງລູກສອນໄຟນຳວິຖີ Hwasong-12 - ảnh 1ລູກສອນໄຟສອງປະເພດໂດຍ ສປປ ເກົາຫລີ ຍິງເມື່ອເດືອນກັນຍາປີ 2021.ພາບ:YONHAP/TTXVN

ເຫດຍິງດັ່ງກ່າວເພື່ອແນໃສ່ຈຸດປະສົງຕີລາຄາປະເພດລູກສອນໄຟພວມໄດ້ຮັບການຜະລິດ ແລະ ຜັນຂະຫຍາຍຄັ້ງນີ້ ກໍ່ຄື ຢັ້ງຢືນຄວາມຊັດເຈນເວົ້າລວມຂອງລະບົບອາວຸດ.

ກ່ອນຫນ້ານັ້ນ ສຳນັກຂ່າວ Yonhap ກໍ່ໄດ້ຄັດແຫລ່ງຂ່າວຈາກກອງທັບ ສ ເກົາຫລີ ໃຫ້ຮູ້ວ່າ: ລູກສອນໄຟຊື່ງ ສປປ ເກົາຫລີ ຍິງໃນວັນທີ 30 ມັງກອນ ແມ່ນບິນໄກ 800 ກິໂລແມັດ ແລະບັນລຸຄວາມສູງສຸດແມ່ນ 2.000 ກິໂລແມັດ. ລູກສອນໄຟແມ່ນຍິງຈາກບໍລິເວນແຂວງ Jagang ຂອງ ສປປ ເກົາຫລີ ທາງຝັ່ງທະເລຂອງແຫລມເກົາຫລີ. ນີ້ແມ່ນການຍິງທົດລອງລູກສອນໄຟຄັ້ງທີ 7 ຂອງ ສປປ ເກົາຫລີ ນັບແຕ່ຕົ້ນປີ.  ວົງການສັງເກດການຖືວ່າ ສປປ ເກົາຫລີ ພວມກໍ່ກຳລັງດັນຕໍ່ກັບ ອາເມລິກາ ແລະ ສ ເກົາຫລີ, ສົ່ງສານທີ່ວ່າ ປະເທດນີ້ ຍັງຄົງພັດທະນາອາວຸດ.

ຕອບກັບ

ຂ່າວ/ບົດ​ອື່ນ