ສປປ ເກົາຫລີ ສືບຕໍ່ຍິງລູກສອນໄຟ

(VOVWORLD) -ວັນທີ 9 ຕຸລາ, ສະພາປ້ອງກັນຄວາມສະຫງົບແຫ່ງຊາດ (NSC) ໄດ້ອອກແຈ້ງການສະແດງຄວາມເປັນຫ່ວງຕໍ່ເລື່ອງ ສປປ ເກົາຫລີ ຫາກໍ່ຍິງລູກສອນໄຟນຳວິຖີໄລຍະສັ້ນອອກສູ່ເຂດທະເລທາງທິດຕາເວັນອອກຂອງປະເທດນີ້ໃນຮຸ່ງເຊົ້າວັນດຽວກັນ (ຕາມເວລາທ້ອງຖິ່ນ).
ສປປ ເກົາຫລີ ສືບຕໍ່ຍິງລູກສອນໄຟ - ảnh 1ເຫດຍິງລູກສອນໄຟນຳວິຖີໄລຍະສັ້ນຢູ່ບ່ອນປິດລັບຂອງ ສປປ ເກົາຫລີ (ພາບໂດຍ KCNA ລົງໃນວັນທີ 16/7/2019) ແຫລ່ງຈາກ: AFP/TTXVN)

ຕາມສຳນັກຂ່າວສານ Yonhapແລ້ວ, ປະທານາທິບໍດີ ສເກົາຫລີ Yoon Suk-yeol ໄດ້ຮັບຂ່າວພາຍຫລັງ ສປປ ເກົາຫລີ ຍິງລູກສອນໄຟ ໃນຂະນະທີ່ NSC ຈັດຕັ້ງການປະຊຸມ ໂດຍທ່ານ Kim Sung-han ຜູ້ທີ່ປຶກສາປ້ອງກັນຄວາມສະຫງົບແຫ່ງຊາດ ເປັນປະທານ.

ຕອບກັບ

ຂ່າວ/ບົດ​ອື່ນ