ສປປເກົາຫຼີ ກະກຽມດຳເນີນກອງປະຊຸມຄັ້ງທີ 4 ພັກແຮງງານເກົາຫຼີ

ສປປເກົາຫຼີ ກະກຽມດຳເນີນກອງປະຊຸມຄັ້ງທີ 4 ພັກແຮງງານເກົາຫຼີ - ảnh 1

(ພາບ:m.vietnamnet.vn)

( vovworld ) – ວັນ​ທີ 9/4, ສຳນັກ​ຂ່າວສານ​ສູນ​ກາງ​ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ (KCNA) ​ໃຫ້​ຮູ້​ວ່າ ກອງ​ປະຊຸມ​ຄັ້ງທີ 4 ພັກ​ແຮງ​ງານ​ເກົາຫຼີ ຈະ​ດຳ​ເນີນ​ໃນ​ວັນ​ທີ 11/4 ຢູ່​ນະຄອນຫຼວງ​ພຽງ​ຢາງ. ຄາດ​ວ່າ ທີ່​ກອງ​ປະຊຸມ​ຄັ້ງນີ້, ບັນດາ​ສະມາຊິກ​ພັກ​ແຮງ​ງານ​ເກົາຫຼີ ຈະ​ເລືອກ​ຕັ້ງການ​ນຳ​ຄົນ​ໃໝ່ Kim Jong Un ດຳ​ລົງບັນດາ​ຕຳ​ແໜ່​ງສຳຄັນ​ໃນ​ພັກ. ນອກຈາກ​ນັ້ນ​ແລ້ວ, ຄາດ​ວ່າ, ສະພາ​ແຫ່ງ​ຊາດ​ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ ກໍ​ຈະ​ຮຽກ​ໂຮມ​ວາລະ​ປະຊຸມ​ປະຈຳ​ປີ​ໃນວັນທີ 13/4 ທີ່​ຈະ​ມາ​ເຖິງ ​ເພື່ອ​ເລືອກ​ຕັ້ງປະທານ​ສະພາ​ປ້ອງ​ກັນຊາ​ດ​ແຫ່ງ​ລັດ ຊື່​ງ​ແມ່ນ​ອົງການ​ອອກ​ຄຳ​ຕັດສິນ​ສູງ​ສຸດ​ຢູ່​ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ. ບັນດາ​ວາລະ​ປະຊຸມ​ດັ່ງກ່າວ ​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ທີ່​ປະ​ເທດ​ຈຳນວນ​ໜື່ງ, ພິ​ເສດ​​ແມ່ນ​ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ສາທາ​ລະນະ​ລັດ​ເກົາຫຼີ ມີ​ຄວາມ​ວິຕົກ​ກັງວົນ​ທີ່​ສຸດ ກ່ຽວ​ກັບ​ແຜນການ​ຍິງ​ດາວ​ທຽມ​ຂອງ​ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ. ບັນດາ​ປະ​ເທດ​ເຫຼົ່ານັ້ນຖື​ວ່າ ​ໃນ​ຕົວ​ຈິງ, ການ​ຍິງ​ດາວ​ທຽມຈະ​ແມ່ນຮູບ​ນອກ​ຂອງການ​ຍິງ​ລູກ​ສອນ​ໄຟ​ໄລຍະ​ໄກ, ສະນັ້ນ ​ໄດ້​ຮຽກຮ້ອງ​ໃຫ້​ພຽງ​ຢາງ​ ເປັນ​ເວລາ​ຫຼາຍ​ເທື່ອ​ວ່າ ຈົ່ງ​ພິ​ຈາລະ​ນາ​ໂຈະ​ແຜນການ​ນີ້​ໄວ້. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຝ່າຍ​ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ ຍັງຢືນຢັນ​ວ່າ ການ​ຍິງ​ດາວ​ທຽມ ພຽງ​ແຕ່​​ເພື່ອ​ຈຸດປະສົງ​ຄົ້ນຄ້ວາ​ວິທະຍາສາດ​ເທົ່າ​ນັ້ນ.

 

ຂ່າວ/ບົດ​ອື່ນ