ສປປ.ເກົາຫຼີ ກ່າວເຕືອນ ຂໍ້ຕົກລົງລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ອາດຈະຖືກລົ້ມເຫຼວ

(VOVWORLD) -ວັນທີ 29 ກັນຍາ, ທ່ານ Ri Yong Ho ລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ ໄດ້ກ່າວເຕືອນ ຂໍ້ຕົກລົງ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ບັນລຸໄດ້ ທີ່ການພົບປະສຸດຍອດລະຫວ່າງການນໍາສອງປະເທດ ເມື່ອເດືອນ ມິຖຸນາ ຜ່ານມາ ອາດຈະຖືກລົ້ມເຫຼວ ຍ້ອນບໍ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ. 

ກ່າວຄໍາເຫັນທີ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ, ທ່ານ Ri Yong Ho ໄດ້ຕີລາຄາວ່າ ບັນດາມາດຕະການລົງໂທດທີ່ໄດ້ວາງອອກຢ່າງຕໍ່ເນື່ອງ ສໍາລັບ ພຽງຢາງ ຈະເຮັດໃຫ້ເພີ່ມຄວາມສົງໄສສໍາລັບ ອາເມລິກາ. ຕາມ ທ່ານລັດຖະມົນຕີການຕ່າງປະເທດ Ri Yong Ho ແລ້ວ, ພຽງຢາງ ບໍ່ອາດຍົກເລີກໂຄງການອາວຸດນິວເຄຼຍລ່ວງໜ້າພຽງລໍາພັງຝ່າຍດຽວໄດ້ ຖ້າຫາກບໍ່ມີການຮັບປະກັນຄວາມໝັ້ນຄົງ ຈາກ ອາເມລິກາ. ທ່ານລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ ຢັ້ງຢືນວ່າ ປະເທດຂອງທ່ານໄດ້ມີບັນດາບາດກ້າວເດີນທີ່ມີຄວາມໝາຍ ເພື່ອແນໃສ່ສ້າງຄວາມໄວ້ເນື້ອເຊື່ອໃຈກັບ ອາເມລິກາ ລະອຽດຄື ຢຸດບັນດາການທົດລອງນິວເຄຼຍ ແລະ ລູກສອນໄຟ. ແຕ່ເຖິງຢ່າງໃດກໍຕາມ, ອາເມລິກາພັດບໍ່ມີການກະທໍາທີ່ເໝາະສົມ, ກົງກັນຂ້າມ ຍັງເພີ່ມທະວີກໍາລັງດັນລົງໂທດຕ່ືມອີກ.


ຕອບກັບ

ຂ່າວ/ບົດ​ອື່ນ