ສປປ.ເກົາຫຼີ ຄັດຄ້ານບັນດາການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ

(VOVWORLD) - ຕາມແຜນການ, ສ.ເກົາຫຼີ ແລະ ອາເມລິກາ ຈະຈັດການຊ້ອມຮົບຮ່ວມແຕ່ວັນທີ 25 ພຶດສະພາ ຫາວັນທີ 16 ມິຖຸນາ ຈະມາເຖິງ
ສປປ.ເກົາຫຼີ ຄັດຄ້ານບັນດາການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ - ảnh 1ເຮືອບິນສູ້ຮົບຂອງ ອາເມລິກາ ແລະ ສ.ເກົາຫຼີ
(ພາບປະກອບ: TTXVN)

        ວັນທີ 19 ພຶດສະພາ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ, ສປປ.ເກົາຫຼີ ຄັດຄ້ານເລື່ອງ ສ.ເກົາຫຼີ ແລະ ອາເມລິກາ ດຳເນີນການຊ້ອມຮົບຮ່ວມຍິງປືນແທ້ທີ່ມີຂອບຂະໜາດໃຫຍ່ໃນອາທິດຈະມາເຖິງ. ຕາມ KCNA ແລ້ວ, ພາຍຫຼັງດຳເນີນການຊ້ອມຮົບມີຊື່ວ່າ ແຜ່ນກຳບັງເສລີ (Freedom Shield) ແລະ ການຊ້ອມຮົບຍົກພົນ Ssangyong ໃນເດືອນ ມີນາ ແລະ ເມສາ ຜ່ານມາ, ສ.ເກົາຫຼີ ແລະ ອາເມລິກາ ສືບຕໍ່ດຳເນີນບັນດາການຊ້ອມຮົບດ້ວຍຫຼາຍຊື່ທີ່ແຕກຕ່າງກັນ, ສົ່ງຜົນສະທ້ອນເຖິງສັນຕິພາບ ແລະ ຄວາມໝັ້ນຄົງໃນແຫຼມເກົາຫຼີ ກໍ່ຄືຢູ່ພາກພື້ນ. ສປປ.ເກົາຫຼີ ກ່າວເຕືອນວ່າ ບັນດາການຊ້ອມຮົບທີ່ຄ້າຍຄືກັນຈະຍູ້ໃຫ້ແກຼມເກົາຫຼີ ໄປເຖິງໄລຍະອັນຕະລາຍກວ່າ.

        ຕາມແຜນການ, ສ.ເກົາຫຼີ ແລະ ອາເມລິກາ ຈະຈັດການຊ້ອມຮົບຮ່ວມແຕ່ວັນທີ 25 ພຶດສະພາ ຫາວັນທີ 16 ມິຖຸນາ ຈະມາເຖິງ ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສຳພັນທະມິດລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ