ສ​ປ​ປ.ເກົາຫຼີ ຍິງ​ລູກ​ສອນ​ໄພ​ນຳ​ວິ​ຖີ​ໄປຍັງ​ເຂດ​ທະ​ເລ​ທາງ​ທິດ​ຕາ​ເວັນ​ອອກ

(VOVWORLD) - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Yasukazu Hamada ໃຫ້ຮູ້ວ່າ ສອງວັດຖຸບິນຂອງ ສປປ.ເກົາຫຼີ ຄາດວ່າໄດ້ຕົກລົງຢູ່ນອກເຂດເສດຖະກິດພິເສດ ຂອງ ຍີ່ປຸ່ນ.
ສ​ປ​ປ.ເກົາຫຼີ ຍິງ​ລູກ​ສອນ​ໄພ​ນຳ​ວິ​ຖີ​ໄປຍັງ​ເຂດ​ທະ​ເລ​ທາງ​ທິດ​ຕາ​ເວັນ​ອອກ - ảnh 1ການຍິງລູກສອນໄຟຂອງ ສປປ.ເກົາຫຼີ ໃນວັນທີ 12 ກໍລະກົດ 2023 (ພາບ: Yonhap/TTXVN)

ສະພາເສນາທິການໃຫຍ່ ກຳລັງທະຫານປະສົມ ສ.ເກົາຫຼີ (JCS) ໃຫ້ຮູ້ວ່າ ໃນເວລາ 3 ໂມງ 30 ນາທີ ແລະ 3 ໂມງ 46 ນາທີ ຂອງຮຸ່ງເຊົ້າວັນທີ 19 ກໍລະກົດ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ 2 ລູກ ໄປຍັງເຂດທະເລ ນອນຢູ່ເຄິ່ງກາງແຫຼມເກົາຫຼີ ແລະ ຍີ່ປຸ່ນ. ຕາມ JCS, ກອງທັບ ສ.ເກົາຫຼີ ຍັງສືບຕໍ່ໄຈ້ແຍກຂໍ້ມູນທີ່ກ່ຽວຂ້ອງເຖິງເຫດຍິງລູກສອນໄຟດັ່ງກ່າວ ເພື່ອກຳນົດປະເພດລູກສອນໄຟຂອງ ສປປ.ເກົາຫຼີ.

ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Yasukazu Hamada ໃຫ້ຮູ້ວ່າ ສອງວັດຖຸບິນຂອງ ສປປ.ເກົາຫຼີ ຄາດວ່າໄດ້ຕົກລົງຢູ່ນອກເຂດເສດຖະກິດພິເສດ ຂອງ ຍີ່ປຸ່ນ.

ເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ ໄດ້ດຳເນີນພາຍຫຼັງ ສ.ເກົາຫຼີ ແລະ ອາເມລິກາ ຈັດກອງປະຊຸມຄັ້ງທຳອິດຂອງກຸ່ມທີ່ປຶກສານິວເຄຼຍ (NCG) ຢູ່ ເຊີອູນ ເປັນເວລາ 1 ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ