ສ​ປ​ປ.ເກົາຫຼີ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະ​ສັ້ນ 3 ລ​ູກ

(VOVWORLD) -ສປປ. ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ 3 ລູກໄປຍັງເຂດທະເລທາງທິດຕາເວັນອອກຂອງປະເທດນີ້.
ສ​ປ​ປ.ເກົາຫຼີ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະ​ສັ້ນ 3 ລ​ູກ - ảnh 1ການຍິງລູກສອນໄຟຂອງ ສປປ.ເກົາຫຼີ (ພາບ:  KCNA)

ຕາມສຳນັກຂ່າວສານ Yonhap ແລ້ວ, ສະພາເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ (JCS) ປະກາດໃນຕອນເຊົ້າວັນທີ 31 ທັນວາ ວ່າ: ສປປ. ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ 3 ລູກໄປຍັງເຂດທະເລທາງທິດຕາເວັນອອກຂອງປະເທດນີ້.

ສະພາ ເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ ພົບເຫັນລູກສອນໄຟເຫຼົ່ານັ້ນ ໄດ້ຍິງຈາກເມືອງ Chunghwa, ແຂວງ Hwanghae ເໜືອ. ໃນເອກະສານທີ່ສົ່ງໃຫ້ວົງການນັກຂ່າວ, ສະພາເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ ຊີ້ແຈ້ງວ່າ ໃນຂະນະທີ່ຕິດຕາມກວດກາ ແລະ ເຝົ້າລະວັງ ເພີ່ມເຕີມ, ກອງທັບ ສ.ເກົາຫຼີ ພວມຮັກສາທ່າກຽມພ້ອມ ຮ່ວມມືຢ່າງແໜ້ນແຟ້ນກັບກອງທັບ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ