ສປປ.ເກົາຫຼີ ຍິງວັດຖຸບິນໂດຍບໍ່ສາມາດຢັ້ງຢືນໄດ້ອອກສູ່ທະເລ ຍີ່ປຸ່ນ

(VOVWORLD) -ນີ້ແມ່ນເຫດຍິງທຳອິດຂອງ ສປປ.ເກົາຫຼີ ໃນປີ 2022 ນີ້, ເຊິ່ງດຳເນີນພາຍຫຼັງທີ່ການນຳ ສປປ.ເກົາຫຼີ Kim Jong un ໃຫ້ຄຳໝັ້ນສັນຍາສືບຕໍ່ພັດທະນາກອງທັບ
ສປປ.ເກົາຫຼີ ຍິງວັດຖຸບິນໂດຍບໍ່ສາມາດຢັ້ງຢືນໄດ້ອອກສູ່ທະເລ ຍີ່ປຸ່ນ - ảnh 1ສປປ.ເກົາຫຼີ ໄດ້ຍິງວັດຖຸບິນໂດຍບໍ່ສາມາດຢັ້ງຢືນໄດ້
(ພາບປະກອບ: AFP/TTXVN)

ກອງທັບສ.ເກົາຫຼີ ໃຫ້ຮູ້ວ່າ, ວັນທີ 05 ມັງກອນ, ສປປ.ເກົາຫຼີ ໄດ້ຍິງວັດຖຸບິນໂດຍບໍ່ສາມາດຢັ້ງຢືນໄດ້ອອກສູ່ທະເລ ຍີ່ປຸ່ນ.

        ຫຼັງຈາກນັ້ນ, ໃນວັນດຽວກັນ, ລັດຖະບານ ຍີ່ປຸ່ນ ໄດ້ແຈ້ງໃຫ້ຊາບວ່າ ສປປ.ເກົາຫຼີ ໄດ້ຍິງວັດຖຸບິນ ເບິ່ງຄືວ່າແມ່ນລູກສອນໄຟນຳວິຖີອອກສູ່ທະເລທາງທິດຕາເວັນອອກຂອງປະເທດນີ້. ນີ້ແມ່ນເຫດຍິງທຳອິດຂອງ ສປປ.ເກົາຫຼີ ໃນປີ 2022 ນີ້, ເຊິ່ງດຳເນີນພາຍຫຼັງທີ່ການນຳ ສປປ.ເກົາຫຼີ Kim Jong un ໃຫ້ຄຳໝັ້ນສັນຍາສືບຕໍ່ພັດທະນາກອງທັບ ເພື່ອສືບຕໍ່ຮັບມືກັບສະພາບການສາກົນທີ່ຂາດສະຖຽນລະພາບພຽງ 2-3 ວັນ.

        ເມື່ອເດືອນ ຕຸລາ 2021, ສປປ.ເກົາຫຼີ ໄດ້ຍິງທົດລອງລູກສອນໄຟຈາກກ່ຳປັ່ນດຳນ້ຳໃໝ່, ໄດ້ເຮັດໃຫ້ເພີ່ມຄວາມວິຕົກກັງວົນກ່ຽວກັບຄວາມກ້າວໜ້າດ້ານເຕັກໂນໂລຊີເຊິ່ງ ພຽງຢາງ ບັນລຸໄດ້ໃນບັນດາອາວຸດປະເພດຍາກທີ່ຈະສະກັດຕີໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ